ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-19 11:58:21    
ນາຍົກ​ຈີນ​ແລະ​ສິງ​ກະ​ໂປ​ພົບ​ປະ​ເຈ​ລະ​ຈາ​ແລະ​ລົງ​ນານ​ໃນ​ສັນ​ຍາ​ຂອບ​ສ້າງ​ຕົວ​ເມືອງ​ຊີວະ​ຊາດ​ຢູ່​ນະ​ຄອນ​ທຽນ​ສິນ​ຈີນ

cri Author: MO
ຕາມ​ຂ່າວCRI:ຕອນ​ບ່າຍ​ວັນ​ທີ 18 ພະຈິກ​ນີ້, ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ​​ແລະ​ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນທີ່​ໄປ​ຢ້ຽມຢາມໄດ້​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ໄດ້​ບັນລຸ​ການຕົກລົງ​ກັນ​ຫຼາຍປະການ​ກ່ຽວ​ກັບສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ແບບຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ​ແລະ​​ໄດ້​ເຊັນ​ສັນຍາ​ຂອບ​ກ່ຽວ​ກັບ​ລັດຖະບານ​ສອງ​ປະ​ເທດ​ສ້າງ​ຕົວ​ເມືອງ​ຊີວະ​ຊາດ​ຢູ່​ນະຄອນ​ທຽນ​ສິນ​ຂອງ​ຈີນ.

ໃນ​ການ​ເຈລະຈາ, ນາຍົກ​ທັງ​ສອງ​ເປັນ​ເອກະສັນ​ກັນ​ເຫັນ​ດີ ຊຸກ​ຍູ້​ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈີນ​ສິງກະ​ໂປ​ດ້ວຍ​ທ່າ​ທີ​ຄ່ອງ​ແຄ້ວ ຕິດ​ແທດ​ຕົວ​ຈິງ​ແລະ​ເຫັນ​ໃຈ​ກັນ, ສ້າງ​ກົນ​ໄກ​ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ, ພ້ອມ​ກັນ​ຊຸກ​ຍູ້​ຂະ​ບວນການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ, ​​ໃຫ້​ຍຸດ​ທະ​ສາດ​ພັດທະນາ​ຂອງ​ປະ​ເທດ​​ໃຜລາວ​ຕິດ​ພັນ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສະໜິດ​ແໜ້ນ, ​ແລະພ້ອມ​ກັນ​ຊອກຫາ​ເສັ້ນທາງ​ບຸກ​ເບີກ​ຕະຫຼາດຝ່າຍ​ທີ 3 ດ້ວຍ​ຫຼາຍວິທີ​, ​ເຂົ້າຮ່ວມ​ການ​ຮ່ວມ​ມື​ແລະ​ແຂ່ງຂັນ​ກັນ​ລະຫວ່າງ​ຊາດ.

ທ່ານ​ລີ​ຊຽນລົງ​ກ່າວຢໍ້າວ່າ, ສິງກະ​ໂປ​ຈະ​ສືບ​ຕໍ່​​ເດັດດ່ຽວປະຕິບັດນະ​ໂຍບາຍ​ຈີນ​ດຽວ, ຄັດຄ້ານ​ໄຕ້​ຫວັນ​ເປັນ​ເອກະລາດ, ຫຼັກໝັ້ນດັ່ງກ່າວ​ແມ່ນ​ພື້ນຖານ​ແຫ່ງ​ການ​ພົວພັນ​ຍຸດ​ທະ​ສາດ​ສິງກະ​​ໂປ​ຈີນ, ຈະ​ບໍ່​ປ່ຽນ​ແປງ. ທ່ານ​ເວີ່ນ​ເຈຍ​ປາວ​ສະ​ແດງ​ຄວາມຊົມ​ເຊີຍຕໍ່​ເລື່ອງ​ນີ້.