ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-20 08:00:24    
ນາ​ຍົກ​ຈີນ​ພົບ​ປະ​ກັບ​ຜູ່​ນຳ​ຫວຽດ​ນາມ​ແລະ​ສິງ​ກະ​ໂປ

cri
ຕາມ​ຂ່າວCRI,ວັນ​ທີ19​ພະຈິກ​ນີ້,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ທີ່​ຢ້ຽມ​ຢາມ​ຢູ່ສິງກະ​ໂປ​ໄດ້​ພົບ​ປະ​ກັບ​ທ່ານ​ຫງວຽນ​ເຕິ​ນຢຸງ ນາຍົກລັດຖະມົນ ຕີຫວຽດນາມ.

ໃນ​ເວລາ​ພົບ​ປະ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ​ຫວັງ​ໃຫ້​ຈີນ​ແລະ​ຫວຽດນາມ​ເລັ່ງລັດ​ ການ​ສຳ​ຫຼວດ​ວັດ​ແທກ​ເສັ້ນ​ຊາຍ​ແດນ​ທາງ​ບົກ,ຊຸກ​ຍູ້​ການ​ເຈລະຈາ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ຊາຍ​ແດນ​ຂອງ​ເຂດ​ທະ​ເລນ​ອກອ່າວ​ພາກ​ເໜືອ​ພ້ອມ​ດ້ວຍ​ບັນຫາ​ການ​ຮ່ວມ​ກັນ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ.​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃຫ້​ດີ​ຕາມ​ຫຼັກການ​"ໂຈະ​ຂໍ້​ຂັດ​ແຍ່ງ​ກ່ອນ​ແລະ​ຮ່ວມ​ກັນ​ພັດ​ທະ​ນາ".​ທ່ານ​ຫງວຽນ​ເຕິ​ນຢຸງກ່າວ​ວ່າ,ຫວຽດນາມ​ຍິນ​ດີ​ຮ່ວມ​ກັບຈີນ​ທຳ​ຄວາມ​ພະ​ຍາ​ຍາມ,​ຮັບ​ປະ​ກັນ​ໃຫ້​ສຳ​ເລັດ​ວຽກ​ງານ​ສຳ​ຫຼວດ​ວັດ​ແທກ​ເສັ້ນ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ສອງ​ປະ​ເທດ​ຕາມ​ເວລາ​ກຳນົດ,​ແລະ​ແກ້​ໄຂ​ບັນຫາ​ທາງ​ທະ​ເລ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ມີ​ໄມຕີ​ຈິດ.ນອກ​ນີ້,ສອງ​ຝ່າຍ​ຍັງ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື.

ມື້​ດຽວ​ກັນ,ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ນາ​ທານ ປະທານ​າທິບໍດີ,ທ່ານ​ໂກ​ຈົກ​ຕົງ ລັດຖະມົນຕີ​ອາວຸ​ໂສແລະ​ທ່ານ​ລີກ​ວານຢູ ລັດຖະມົນຕີ​ທີ່​ປຶກສາ​ຂອງ​ສິງກະ​ໂປ,​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ສິງ​ກະ​ໂປ​ຕື່ມ​ອີກ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ບັນຫາ​ອື່ນໆ​ທີ່​ສົນ​ໃຈ​ນຳ​ກັນ.

ວັນ​ທີ18​ພະຈິກ​ນີ້,ທ່ານ​ເວິ່ນ​ເຈ່ຍ​ປາວ​ແລະ​ທ່ານ​ລີ​ຊຽນລົງ​ນາຍົກລັດຖະມົນ​ຕີ​ສິງ​ກະ​ໂປ​ໄດ້​ພົບ​ປະ​ເຈລະຈາ​ກັນ,ສອງ​ຝ່າຍ​ໄດ້​ມີ​ຄວາມ​ຮັບຮູ້​ຄື​ກັນ​ທີ່ສຳຄັນຫຼາຍ​ດ້ານ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ,​ແລະ​ໄດ້​ລົງ​ນາມ​ໃນ​ສັນ​ຍາຂອບ​ລະ​ຫວ່າງ​ລັດຖະບານ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ສ້າງ​ເມືອງ​ຊີວະ​ພາບ​ຢູ່​ນະຄອນ​ທຽນ​ສິນ​ຂອງ​ຈີນ.