ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-20 14:17:24    
ກອງ​ປະຊຸມ​ສຸດ​ຍອດ​ຈີນ​ຍີ່​ປຸ່ນ​ສ.​ເກົາ​ຫລີ​ຄັ້ງ​ທີ 8 ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

cri Author: mo
ຕາມ​ຂ່າວCRI: ຕອນ​ເຊົ້າວັນ​ທີ 20 ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ຈີນ​ຍີ່​ປຸ່ນສ.​ເກົາຫລີ​ໄດ້​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ. ທ່ານ​​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ, ທ່ານ​​ໂຣມູຢຸນ ປະທາ​ນາ​ບໍດີ​ສ.​ເກົາຫຼີ​ແລະ​ທ່ານ​ຢາ​ຊູ​ໂອ​ະ ຟູ​ຄູ​ດະ ນາຍົກລັດ​ຖະມົນຕີ​ຍີ່ປຸ່ນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

ທ່ານ​​ໂຣມູຢຸນ​ໄດ້​ເປັນ​ປະທານ​ກອງ​ປະຊຸມ. ທ່ານກ່າວວ່າ, ​ພາກ​ພື້ນອາຊີຕາ​ເວັນ​ອອກສຽງ​ເໜືອ​ແມ່ນ​ໜຶ່ງ​ໃນພາກພື້ນ​ທີ່​ມີ​ພະລັງ​ແຮງ​ກວ່າ​ໝູ່​ຂອງ​ໂລກ. ​ແຕ່​ການ​ຮ່ວມ​ມື​ຂອງ​ປະ​ເທດ​ຕ່າງໆ​ຈະລໍ​ຄອຍ​​ການ​ເພີ່ມ​ທະວີ​ຂຶ້ນ. ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ກ່ຽວ​ກັບ​ການ​ຮ່ວມ​ມື​ພາກ​ພື້ນ. ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດະກ່າວວ່າ, ຝ່າຍ​ຍີ່​ປຸ່ນຍິນ​ດີ​ຮ່ວມ​ມື​ກັບປະ​ເທດ​ທີ່​ກ່ຽວ​ຂ້ອງ, ​ແກ້​ໄຂ​ບັນຫາ​ທີ່​ມີ​ຢູ່​ໃນ​ພາກພ​ພື້ນ​ອາຊີ​ຕາ​ເວັນອອກສຽງ​ເໜືອ, ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ຄວາມ​ໝົ້ນຄົງ​ຂອງ​ພາກ​ພື້ນ.

ຜູ້ນຳ​ຂອງ​ສາມ​ປະ​ເທດ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ ວິທະຍາສາດ​ເຕັກນິກ ວັດທະນະທຳ ​ການ​​​ແລກປ່ຽນ​ຊາວ​ໜຸ່ມ​ແລະ​ຂົງ​ເຂດ​ອື່ນໆ. ຕາມ​ທີ່​ເຄີຍ​ເຮັດ​ມາ, ຜູ້ນຳ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ຍັງ​ຈະ​ຜ່ານ"ບົດ​ລາຍ​ງານ​ການ​ຄືບ​ໜ້າ"ປະຈຳ​ປີ​ຂອງ​ການ​ຮ່ວມ​ມື​ສາມ​ປະ​ເທດ.