ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-21 11:01:57    
ບັນ​ດາ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຂອງ​ຜູ້​ນຳ​ອາ​ຊີ​ຕາ​ເວັນ​ອອກ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

cri Author: mo


ທ່ານ​ເວີ່ນ​ເຈ່ຍ​ປາວ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຈີນ​ອາ​ຊຽນ

ຕາມ​ຂ່າວCRI: ວັນ​ທີ 20 ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 13, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນບວກ 3 ຄັ້ງທີ 11, ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນບວກ​ໜຶ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ.


ທ່ານ​ເວີ່ນ​ເຈ່ຍ​ປາວ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຈີນ​ອາ​ຊຽນ

ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນຄັ້ງທີ 13 , ຜູ້ນຳ​ຂອງ 10 ປະ​ເທດ​ອາ​ຊຽນ​ໄດ້​ເຊັນ"ກົດ​ບັດ​ອາ​ຊຽນ", ນີ້​ແມ່ນ​ເອກະສານ​ທີ່​ມີພື້ນຖານ​ຜູກ​ພັນ​ດ້ານ​ກົດໝາຍ​ໂດຍ​ທົ່ວ​​ໄປ​ສະບັບ​ທຳ​ອິດ​ທີ່​ມີ​ຕໍ່​ປະ​ເທດ​ສະມາຊິກ​ນັບແຕ່​ອາ​ຊຽນສ້າງຕັ້ງມາ​ໄດ້ 40 ປີ​.

ໃນ​ກອງ​ປະຊຸມອາ​ຊຽນ+3, ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ສະ​ເໜີ​ເຈດ​ຈຳນົງ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ເພີ່​ມະ​ວີ​​ແລະ​ລົງ​ເລິກ​ການ​ຮ່ວມ​ມືອາ​ຊຽນ+3. ກອງ​ປະຊຸມ​ໄດ້​ຜ່ານ"ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ" ​ແລະ​ແຜນການ​ວຽກ​ງານ​ການ​ຮ່ວມ​ມືອາ​ຊຽນ+3, ກ່າວ​ເນັ້ນ​ໃຫ້​ຍຶດໝັ້ນບົດບາດ​ນຳ​ທາງ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ຕົນ​ແລະ​ກົນ​ໄກ​ຮ່ວມ​ມື​ທີ່​ສຳຄັນ​ຂອງອາ​ຊຽນ+3. ຜູ້ນຳ​ຂອງ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ປະຊຸມ​ກ່າວ​ວ່າ, ຄວນ​ສືບ​ຕໍ່​ສະໜັບສະໜູນ​ແລະ​ຊຸກ​ຍູ້​ອາຊຽນ​ເຊື່ອມ​ໂຍງ​ເຂົ້າກັນ, ຖືອາ​ຊຽນ+3 ​ເປັນ​ກົນ​ໄກ​ຮ່ວມ​ມື​ສຳຄັນ, ກ້າວ​ໄປ​ຢູ່​ຈຸດໝາຍ​ຂອງ​ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ.

ໃນ​ກອງ​ປະຊຸມອາ​ຊຽນ+1, ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ສະ​ແດງ​ວ່າ, ຝ່າຍ​ຈີນ​ຍິນ​ດີກັບ​ອາ​ຊຽນ​ເພີ່ມທະວີຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ກັນທາງ​ການ​ເມືອງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ, ​ເປີດ​ກວ້າງການ​ແລກປ່ຽນ​ໃນ​ຂົງ​ເຂດສັງຄົມ​ແລະ​ວັດທະນະທຳ,​ແລະ​ການ​ໄປມາຫາ​ສູ່​ກັນ​ຂອງ​ພະນັກງານ. ຜູ້ນຳ​ປະ​ເທດ​ອາ​ຊຽນ​ໄດ້​ເປັນ​ເອກະສັນ​ກັນ​ຍ້ອງຍໍ​ໃນ​ລະ​ດັງ​ສູງ​ຕໍ່​ຄວາມ​ຄືບ​ໜ້າຫຼາຍຂອງ​ການ​ພົວພັນ​ຄູ່​​ເຈລະຈາ​ຈີນ​ອາ​ຊຽນ, ​ແລະການ​ພົວພັນ​ລະຫວ່າງ​ປະ​ເທດ​ສະມາຊິກ​ອາ​ຊຽນກັບ​ຈີນ​ໄດ້​ຂະຫຍາຍຕົວ​​ເປັນ​ຢ່າງ​ດີ.