ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-21 13:30:23    
ຜູ່​ຕາງ​ຫນ້າ​ຈີນ​ບັນ​ລະ​ຍາຍ​​ຂໍ້​ສະ​ເຫນີ 4​ຂໍ້​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ກົນ​ໄກ​ຊ່ອຍ​ເຫຼືອ​ທາງ​ການ​ຄ້າ

cri

ວັນ​ທີ 20 ພະຈິກ​ນີ້,​ໃນ​ກອງ​ປະຊຸມ​ຊ່ອຍ​​ເຫຼືອທາງ​ການ​ຄ້າ​ທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ຫຼືW TOໃນ​ວັນ​ທີ 20 ພະ​ຈິກ​ນີ້,ທ່ານ​ວາງ​ຊີ້​ສວນ  ຫົວຫນ້າ​ຄະນະ​ຜູ່​ແທນ​ຈີນ​ທັງ​ເປັນ​ຫົວຫນ້າ​ກົມ​ຊ່ອຍ​ເຫຼືອ​ຕ່າງ​ປະ​ເທດຂອງ​ກະຊວງ​ການ​ຄ້າ​ຈີນ​ໄດ້​ບັນ​ລະ​ຍາຍ​ຂໍ້​ສະ​ເຫ​ນີ4 ຂໍ້​ຂອງ​ລັດຖະບານ​ຈີນ​ກ່ຽວ​ກັບກົນ​ໄກ​ຊ່ອຍ​ເຫຼືອ​ທາງ​ການ​ຄ້າ.

ທ່ານ​ວາງ​ຊີ້​ສວນ​ກ່າວ​ວ່າ,ກ່ອນ​ອື່ນ,​ໃນ​ການ​ຊ່ອຍ​ເຫຼືອ​ທາງ​ການ​ຄ້າ,ປະ​ເທດ​ສະມາຊິກທີ່​ພັດທະ ນາ​ແລ້ວ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ໃຫຍ່​ຫຼວງກວ່າ​ເກົ່າ,ຄວນ​ເພີ່ມ​ເງິນ​ທຶນ​ດ້ານ​ການຊ່ອຍ​ເຫຼືອ​ຕື່ມ​ອີກ​ບົນ​ພື້ນຖານ​ໃນ​ປະຈຸ​ບັນ, ປະ​ເທດສະມາຊິກ​ທີ່​ພວມ​ພັດທະນາຄວນ​ອີງ​ຕາມ​ຄວາມ​ສາ​ມາດ​ຕົວ​ຈິງ​ເພື່ອ​ມີຄວາມຮັບຜິດ​ຊອບ​ໃນ​ລະດັບ​ທີ່ຕ່າງ​ກັນ.ນອກຈາກ​ຊ່ອຍ​ເຫຼືອ​ທາງ​ການ​ຄ້າ​ແລ້ວ,ປະ​ເທດ​ສະມາຊິກ​ຕ່າງໆ​ຂອງ​ອົງການ​ການ​ຄ້າ​ໂລກ​ຍັງ​ຄວນທຳ​ຄວາມ​ພະຍາຍາມ​​ໃນການສ້າງ​​ເງື່ອນ​ໄຂ​ທີ່​ດີ​ເພື່ອເຂົ້າຕະຫຼາດ​​ເຖີງ​ໃຫຍ່​ກວ່າ​​ເກົ່າ​ໃຫ້​ແກ່​ຜະລິດ​ຕະພັນ​ຂອງ​ປະ​ເທດ​ສະມາ ຊິກ​ທີ່​ພວມ​ພັດທະນາ,ນອກ​ນັ້ນ ຈີນ​ຍັງສະ​ເຫ​ນີ​ໃຫ້​ສ້າງ​ຕັ້ງ​ລະບົບ​ປະ​ເມີນ​ຫມາກຜົນ​ປະຕິບັດ​ການ​ຊ່ອຍ​ເຫຼືອ​ທາງ​ການ​ຄ້າ​ໃຕ້​ຂອບ​ຂອງ​ອົງການ​ການ​ຄ້າ​ໂລກ.