ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-21 14:33:51    
ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ​27​ພະ​ຈິກ​ນີ້

cri
ຕາມ​ຂ່າວCRI,ວັນ​ທີ20​ພະ​ຈິກ​ນີ້,​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ວ່າ,​ກອງ​ປະ​ຊຸມ​ສາກົນ​ກ່ຽວ​ກັບ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ທີ່​ອາ​ເມ​ລິ​ກາ​ເປັນ​ເຈົ້າ​ພາບ​ນັ້ນ​ຈະ​ຈັດ​ຂຶ້ນ​ຢູ່​ເມືອ​ງອັນ​ນາ​ໂປ​ລິ​ສ​ລັດ​​ແມລີ​ແລນ​​ແຫ່ງ​ອາ​ເມ​ລິ​ກາ​ໃນ​ວັນ​ທີ​27​ພະ​ຈິກ​ນີ້.

ຕາມ​ທ່ານ​ແດ​ວິດ​ເວສ໌ ຜູ່​ຊ່ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ເມ​ລິ​ກາ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ຕາ​ເວັນ​ອອກ​ໃກ້ຢືນຢັນ​ວ່າ,ກອງ​ປະຊຸມ​ເທື່ອ​ນີ້​ຈະ​ມີນາ​ງຄອນ​ໂດ​ລີ​ຊາ ​ໄລ​ສ ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເປັນ​ປະທານ,ທ່ານ​ຈອດ​ຈ໌ບຸ​ສ ປະທາ​ນາ​ທິ​ບໍ​ດີ​ອາ​ເມລິ​ກາ​ຈະ​ກ່າວ​ປາຖະກະຖາ​ໃນ​ພິທີ​ໄຂ​ກອງ​ປະຊຸມ.ທ່ານ​ເອຮຸດ​ໂອ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ແລະ​ທ່ານ​ມາ​ຣ໌ ມຸດ ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ,ນອກ​ນີ້,ຜູ່​ແທນ​ຂອງ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວນ​ໜຶ່ງ​ກໍ​ຈະ​ເຂົ້າ​ຮ່ວມ.ມື້​ດຽວ​ກັນ,ປາ​ເລັສຕິນ​ແລະ​ອິສຣາ​ແອນ​ຕ່າງ​ກໍ່ໄດ້​ຢືນຢັນ​ວ່າ​ໄດ້​ຮັບ​ຄຳ​ ​ເຊີນ​ຈາກ​ຝ່າຍ​ອາ​ເມ​ລິ​ກາ​ແລ້ວ.

ວັນ​ທີ20ພະຈິກ​ນີ້,ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ​ຫວັງ​ຢາກ​ໃຫ້​ກອງ​ປະ​ຊຸມ​ເທື່ອ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ມື້​ດຽວ​ກັນ,ທ່ານ​ເອຮຸດ​ໂອ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ຊີ້​ອອກ​ວ່າ,​ການ​ປະ​ຕິ​ບັດ​ສັນ​ຍາ​ສັນ​ຕິ​ພາບ​ໃດໆ​ທີ່​ຕົກ​ລົງ​ກັນ​ໃນ​ອະ​ນາ​ຄົດ​ລ້ວນ​ແຕ່​ຕ້ອງ​ມີ​ເງື່ອນ​ໄຂ​ພຽງ​ພໍ​ດັ່ງ​ນີ້​ຄື,​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ຄວບ​ຄຸມ​ແຖບ​ກາ​ຊາ​ຄືນ​ອີກ,​ຄຳ​ໝັ້ນ​ສັນ​ຍາ​ໃນ​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໝົດ.