ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-22 10:27:32    
ຈີນ​ໃຫ້​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ການ​ຊ່ອຍ​ເຫຼືອ​ດ້ານ​ການ​ຄ້າ

cri Author: mo
ຕາມຂ່າວCRI:ວັນ​ທີ 21 ພະຈິກ​ນີ້, ຢູ່​ທີ່​ເຊີ​ແນວ, ທ່ານ​ຊຸນ​ເຈີ້ນ​ຢູ​ ເອອັກຄະ​ລັດຖະທູດ​ຈີນ​ປະຈຳ​ອົງການ​ການ​ຄ້າ​ໂລກ​ກ່າວ​ວ່າ, ຈີນ​ໃຫ້​ຄວາມ​ສຳຄັນຫຼາຍຕໍ່​ການ​ຊ່ອຍ​ເຫຼືອດ້ານ​ການ​ຄ້າ​ແກ່​ສະມາຊິກທີ່​ພວມ​ພັດທະນາ, ​ແລະ​ໄດ້​ເຮັດ​ວຽກ​ທີ່​ບັງ​ເກີດ​ຜົນຢ່າງຫຼວງຫຼາຍ​ແລ້ວ.

ໃນ​ການ​​ອະພິປາຍ​ກ່ຽວ​ກັບ​ການ​ຊ່ອຍ​ເຫຼືອດ້ານ​ການ​ຄ້າ​ຂອງ​ສະພາ​ມົນຕີ​ອົງການ​ການ​ຄ້າ​ໂລກ​​ໃນ​ມື້​ດຽວ​ກັນ, ທ່ານ​ຊຸນ​ເຈີ້ນ​ຢູ​ໄດ້​ກ່າວ​​ວ່າ, ​ໃນ 50 ປີ​ທີ່​ຜ່ານ​ມາ​ນີ້, ຈີນ​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫຼືອດ້ານ​ການ​ຄ້າ​ແກ່​ປະ​ເທດ​ພວມ​ພັດທະນາ​ແລະ​ປະ​ເທດ​ດ້ອຍ​ພັດທະນາ​ຕະຫຼອດມາ. ຈີນ​ໄດ້​ຍົກ​ເລີກ​ພາສີ​ໃຫ້​ຜະລິດ​ຕະພັນ​ຂອງ​ປະ​ເທດ​ດ້ອຍ​ພັດທະນາ​ສົ່ງ​ອອກ​ມາ​ຈີນ​ນັ້ນ​ໃນ​ຂັ້ນພື້ນຖານ, ​ໄດ້​ຊ່ອຍ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ​ເຊັ່ນເສັ້ນທາງ ຂົວ ​ແລະ​ທ່າ​ກ່ຳ​ປັ່ນ​ເປັນຕົ້ນ​ໃຫ້​ປະ​ເທດ​ພວມ​ພັດທະນາ​ເພື່ອ​ຍົກຄວາມ​ສາມາດ​ການ​ຄ້າ​ຂອງ​ເຂົາ​​​ເຈົ້າໃຫ້​ສູງ​ຂຶ້ນ, ​ແຕ່​ປີ 2003 ​ມາ​ນີ້, ​ໄດ້​ຈັດ​ຊຸດ​ອົບ​ຮົມ​ວິຊາ​ການ​ເກືອບ 200 ​ໂຄງການ​ໃຫ້​ປະ​ເທດ​ພວມ​ພັດທະນາ. ​ໃນ 3 ປີ​ຂ້າງ​ໜ້າ, ຈະ​ອົບຮົມ​ນັກວິຊາການ​​ເຕັກນິກອີກ 3 ​ໝື່ນ​ຄົນ​.