|
 |
(GMT+08:00)
2007-11-22 18:46:03
|
 |
ກອງປະຊຸມສັນຕິພາບຕາເວັນອອກກາງຈະໄຂຂຶ້ນໃນໄວໆນີ້
cri
ຕາມຂ່າວCRI,ກອງປະຊຸມສາກົນກ່ຽວກັບບັນຫາຕາເວັນອອກກາງທີ່ອາເມລິກາສະເໜີໃຫ້ຈັດນັ້ນຈະຈັດຂຶ້ນຢູ່ອັນນາໂປລິສ ລັດແມລິແລນຂອງອາເມລິກາ.ຝ່າຍທີ່ກ່ຽວຂ້ອງພວມເລັ່ງລັດທຳຄວາມເຂົ້າໃຈກັນທາງການຕ່າງປະເທດເພື່ອກະກຽມໃຫ້ແກ່ກອງປະຊຸມເທື່ອນີ້.
ວັນທີ21ພະຈິກນີ້,ທ່ານຈອດຈ໌ ບຸສ ປະທານາທິບໍດີໄດ້ແຍກໂທລະສັບກັບທ່ານເອຮຸດໂອເມີດ ນາຍົກລັດຖະມົນຕີອິສຣາແອນ ທ່ານມາສ໌ ມຸດ ອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນແລະທ່ານໂມຮາເມັດ ໂຮສນີ ມູບາລັກ ປະທານາທິບໍດີເອຢິບເພື່ອຫາລືວຽກງານກ່ຽວກັບກອງປະຊຸມຄັ້ງນີ້.ວັນທີ20ພະຈິກນີ້,ທ່ານບຸສຍັງໄດ້ແຍກໂທລະສັບກັບທ່ານວຼາຕິເມຍ ປູຕິນ ປະທານາທິບໍດີຣັດເຊຍແລະສົມເດັດອັບດູນລາ ບິນອັບດູລາຊິດ ເຈົ້າຊີວິດອາລາບີຊາອຸດິດກ່ຽວກັບເລື່ອງນີ້.ສື່ມວນຊົນອາເມລິກາເຫັນວ່າ,ທ່ານບຸສໂທລະສັບກັບຜູ່ນຳເຫຼົ່ານີ້ແມ່ນເພື່ອສະແຫວງຫາເຂົາເຈົ້າສະໜັບສະໜູນຕໍ່ກອງປະຊຸມເທື່ອນີ້.
ວັນທີ21ພະຈິກນີ້,ຢູ່ນະຄອນຫຼວງອຳມານ ສົມເດັດອັບດູນລາ ລາຊະການທີ2 ເຈົ້າຊີວິດຊອກດານີຊົງໄດ້ພົບປະກັບທ່ານອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນ.ສົມເດັດອັບດູນລາຊົງກ່າວວ່າ ຈະພະຍາຍາມເຮັດໃຫ້ປະເທດອາລັບມີຫຼັກໝັ້ນເປັນເອກະພາບກັນ,ຊຸກຍູ້ໃຫ້ບັນຫາປາເລັສຕິນໄດ້ຮັບການແກ້ໄຂຢ່າງທ່ຽງທຳໃນກອງປະຊຸມສາກົນກ່ຽວກັບບັນຫາຕາເວັນອອກກາງທີ່ຈະຈັດຂຶ້ນໃນອາທິດໜ້າ.
ຂ່າວແຈ້ງອີກວ່າ,ວັນທີ21ພະຈິກນີ້,ນາງມິເຊັນເລ ມົນຕັສ ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດກ່າວວ່າ, ທ່ານປານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດຈະເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບບັນຫາຕາເວັນອອກກາງໃນນາມເປັນຜູ່ສັງເກດການ.
|
|
|