ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-23 13:52:40    
ສະ​ຫະ​ພາບ​ເອີ​ລົບ​ເຫັນ​ວ່າ ​ຈີນ​ໄດ້​ມີ​ຄວາມ​ຄືບ​ຫນ້າ​ຢ່າງ​ພົ້ນ​ເດັ່ນ​ໃນ​ດ້ານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ

cri
ວັນ​ທີ 22 ພະຈິກ​ນີ້,ນາງ​ເມ​ເກຼ ກູ​ເນ​ວາ ກຳມະການ​​ທີ່​ຮັບຜິດຊອບ​ວຽກ​ງານ​ປົກ​ປ້ອງ​ຜູ່​ບໍລິ​ໂພ​ກຂອງຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບກ່າ​ວວ່າ,ຈີນ​ໄດ້​ມີ​ຄວາມຄືບ​ຫນ້າ​ຢ່າງ​ຫຼາຍສົມຄວນ​ໃນດ້ານ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ​ທີ່ສົ່ງ​ອອກ​ໃຫ້ສະຫະພາບ​ເອີ​ລົບ​ເຊັ່ນ​ເຄື່ອງ​ຫຼິ້ນ​ເປັນ​ຕົ້ນ.

ໃນ​ງານຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ນາງ​ກູ​ເນ​ວາ​ກ່າວ​ວ່າ,ບົດ​ລາຍ​ງານ​ທີ່​ກ່ຽວ ຂ້ອງສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ໄລຍະ​ທີ່​ຜ່ານ​ມາ,ຈີນ​ໄດ້​​ເພີ່ມ​ທະວີການ ປະຕິບັດກົດຫມາຍ​ດ້ານຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ​​,​ໂດຍ​ສະ​ເພາະ​ແມ່ນ​​ໄດ້ທຳ​ຄວາມ​ພະຍາຍາມ​ຢ່າງ​​ໃຫຍ່​ຫຼວງ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ການ​ຮ່ວມ​ມື​ກັບ​ສະພາບ​ເອີ​ລົບ​ພາຍ​ໃຕ້​ລະບົບ​ເຕືອນ​ໄພ​ຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ.

ນາງກູນາ​ວາ​ກ່າວ​ວ່າ,ສະຫະພາບ​ເອີ​ລົບ​​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງຕໍ່ຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ,​ໄດ້​ວາງ​ມາດ​ຕະການ​ຕ່າງໆ​ເພື່ອ​ເສີມສ້າງການກວດ​ສອບຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ ​ແລະ​ຈະ​ຊອກຫາ​ວິທີເພີ່ມ​ທະວີ​ການ​ຮ່ວມມື​ກັບ​ຈີນ​ຕໍ່​ໄປ.