|
 |
(GMT+08:00)
2007-11-26 15:58:08
|
 |
ອິນໂດເນເຊຍປະຕິເສດອີກເທື່ອໜຶ່ງກ່ຽວກັບການສະໜອງຕົວຢ່າງໄຂ້ຫວັດສັດປີກໃຫ້ອົງການອະນາໄມໂລກ
cri
Author: mo
ຕາມຂ່າວCRI: ວັນທີ 25 ພະຈິກນີ້, ຢູ່ບັນດຸງ ນາງຊິຕີ ຟາດິລາ ຊູພາລີ ລັດຖະມົນຕີວ່າການກະຊວງສາທາລະນະສຸກອິນໂດເນເຊຍກ່າວວ່າ, ອິນໂດເນເຊຍຈະບໍ່ສະໜອງຕົວຢ່າງໄຂ້ຫວັດສັດປີກໃຫ້ອົງການອະນາໄມໂລກອີກ.
ນາງຊູພາລີຫາກໍ່ກັບໄປອິນໂດເນເຊຍຫຼັງຈາກເຂົ້າຮ່ວມກອງປະຊຸມສາກົນທີ່ອົງການອະນາໄມໂລກຈັດຂຶ້ນຢູ່ເຊີແນວ. ນາງກ່າວວ່າ, ກອງປະຊຸມເທື່ອນີ້ບໍ່ໄດ້ກ້າວເຖິງຂັ້ນຕົກລົງກັນກ່ຽວກັບການສ້າງກົນໄກໃໝ່ໃນການຊົມໃຊ້ຕົວຢ່າງໄວລັສ໌, ອິນໂດເນເຊຍບໍ່ມີພັນທະສະໜອງຕົວຢ່າງໄຂ້ຫວັດສັດປີກໃຫ້ອົງການອະນາໄມໂລກ. ນາງຫວັງໃຫ້ອົງການອະນາໄມໂລກປ່ຽນແປງກົນໄກໃຊ້ຕົວຢ່າງໄວລັສ໌ທີ່ໃຊ້ມາໄດ້ 50 ປີແລ້ວ, ເຮັດໃຫ້ປະເທດພວມພັດທະນາທີ່ສະໜອງຕົວຢ່າງນັ້ນກໍ່ມີສິດແລະຜົນປະໂຫຍດຕໍ່ຊັບພະຍາກອນຊີວະຊາດຂອງຕົນ.
ນາງຊູພາລີກ່າວເນັ້ນວ່າ, ອົງການອະນາໄມໂລກຕ້ອງຮັບປະກັນໃຫ້ປະເທດພວມພັດທະນາສາມາດນຳໃຊ້ວັກແຊງໄຂ້ຫວັດສັດປີກດ້ວຍລາຄາທີ່ເໝາະສົມ.
|
|
|