ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-26 18:27:07    
ຜູ່​ຊ່ຽວ​ຊານ​ການ​ບິນ​ອະ​ວະ​ກາດ​ຂອງ​ຣັດ​ເຊຍ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ຊົມ​ເຊີຍ​ຈີນ​ສຳ​ຫຼວດ​ດວງ​ຈັນ​ຢ່າງ​ສຳ​ເລັດ​ຜົນ

cri
ຕາມ​ຂ່າວCRI,ວັນ​ທີ26​ພະຈິກ​ນີ້,ຈີນ​ໄດ້​​ເປີດ​ເຜີຍ​ຮູບ​ຖ່າຍ​ດວງ​ຈັນ​ທີ່​ຖ່າຍ​ໂດຍ​ດາວ​ທຽມ​"ສາງ​ເອີ​ເລກ​ໜຶ່ງ​"ທີ່​ເປັນ​ດາວ​ທຽມ​ສຳ​ຫຼວດດວງ​ຈັນໜ່ວຍ​ທຳ​ອິດ​ຂອງ​ຈີນຢ່າງ​ເປັນ​ທາງ​ການ,​ຜູ່​ຊ່ຽວ​ຊານ​ການ​ບິນ​ອະ​ວະ​ກາດ​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນ​ຣັດ​ເຊຍ,​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ໄດ້​ພາ​ກັນ​ສະ​ແດງ​ຄວາມ​ຊົມ​ເຊີຍ​.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ກັອກກີ ​ໂປ​ລິ​ສຊຸກ ວິ​ສາວະ​ກອນໃຫຍ່​ຂອງ​ໂຄງ​ການ​ສຳ​ຫຼວດ​ດວງ​ຈັນຣັດ​ເຊຍ​ກ່າວ​ວ່າ,ຈີນ​ໄດ້​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ຂຶ້ນ​ສູ່​ອະ​ວະ​ກາດ,​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ບິນ​ອະ​ວະ​ກາດ,​ສ່ວນ​ຄວາມ​ສຳ​ເລັດ​ຜົນ​ຂອງ​ໂຄງການ​ດາວ​ທຽມ"ສາງ​ເອີ​ເລກ​ໜຶ່ງ"​ໄດ້​ໄຂ​ສັງ​ກາດ​ໃໝ່​ແຫ່ງ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດຂອງ​ຈີນ.

ທ່ານ​ມາຍ​​ເຄິນ​ບຼູຄຸ​ສ ​ເຈົ້າ​ໜ້າ​ທີ່​ທີ່​ຮັບຜິ​ດຊອບວຽກ​ງານ​ທົ່ວ​ໄປ​ຂອງ​ອົງ​ການ​ການ​ບິນ​ອະ​ວະ​ກາດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ໂຄງ​ການ​ສຳ​ຫຼວດ​ດວງ​ຈັນ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ແມ່ນ​ຜົນ​ສຳ​ເລັດ​ທີ່​ສຳຄັນ​ທີ່​ສຸດ,ນັກວິທະຍາ​ສາດ​ທົ່ວ​ໂລກ​ລ້ວນ​ແຕ່​ຈະ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ຕໍ່​ຂໍ້​ມູນ​ໃໝ່​ທີ່​ດາວ​ທຽມ​"ສາງ​ເອີ​ເລກ​ໜຶ່ງ"​ໄດ້​ຈາກ​ດວງ​ຈັນ.

ທ່ານ​ນາຄາ​ໂທ​ມີ ​ໂນ​ບູ​ໂອ ນັກວິ​ເຄາະ​ວິ​ສາວະ​ກຳ​ການ​ບິນ​ອະ​ວະ​ກາດ​ຍີ່​ປຸ່ນ​ກ່າວ​ວ່າ,​ຄວາມ​ສຳ​ເລັດ​ຜົນ​ຂອງ​ດາວ​ທຽມ"ສາງ​ເອີ​ເລກ​ໜຶ່ງ"​ເຮັດ​ໃຫ້​ຄວາມ​ສາມາດ​ຕົວ​ຈິງ​ດ້ານ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ການ​ພັດ​ທະ​ນາ​ດ້ານ​ການ​ບິນ​ອະ​ວະ​ກາດ​ເຊິ່ງ​ລວມ​ທັງ​ໂຄງ​ການ​ສຳ​ຫຼວດ​ດວງ​ຈັນ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ.