ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-27 17:31:27    
4 ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ອອກ​ຖະ​ແຫຼງ​ການ​ສະ​ໜັບ​ສະ​ໜູນ​ການ​ໄຂ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 26 ພະຈິກ​ນີ້, ພາຍຫຼັງຈັດ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຢູ່​ວໍ​ຊິງ​ຕັນ​ແລ້ວ, 4 ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ອອກ​ຖະ​ແຫຼງການກ່າວ​ວ່າ, ​ເດັດດ່ຽວ​ສະໜັບສະໜູນ​ກອງ​ປະຊຸມ​ສາກົນ​ກ່ຽວກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ຈັດ​ຂຶ້ນ​ຢູ່​ອານນາ​ໂປລິ​ສ໌ ລັດ​​ແມຣີ​ແລນ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 27 ພະຈິກ​ນີ້.

ຖະ​ແຫຼງການ​ຂຽນ​ວ່າ, 4 ຝ່າຍ​ທີ່​ກ່ຽວຂ້ອງ​ຊົມ​ເຊີຍ​ຜູ້ນຳ​ອິສ໌ລະ​ແອນ​ແລະ​ປາ​ເລັສຕີນ​​ໃຫ້​ຄຳ​ໝັ້ນສັນຍາທີ່​ຈະ​ເລີ່​ມ​ເຈລະຈາ​ສອງ​ຝ່າຍ​ເພື່ອ​ສ້າງ​ປະ​ເທດ​ປາ​ເລັສຕີນ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍແດນ​ແລະ​​ເຂດກາຊາ ​ເພື່ອ​ສັນຕິພາບ​ຂອງ​ປາ​ເລັສຕີນ​ອິສລະ​ແອນ.

ຖະ​ແຫຼງການ​ຊີ້​ອອກ​ວ່າ, ປາ​ເລັສຕີນກັບ​ອິສລະ​ແອນ​ໃຫ້​ຄຳ​ໝັ້ນສັນຍາ​ເພື່ອ​ການ​ເຈລະ​ຈາ​ສັນຕິພາບ​ແມ່ນຜົນຍ້ອນຫຼາຍຝ່າຍເຊິ່ງລວມທັງ 4 ຝ່າຍ​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ ​ແລະຄະນະ​ກຳມະການສືບ​ຕໍ່ຂໍ້​ລິ​ເລີ່​ມສັນຕິພາບ​ຂອງ​ສັນນິບາດອາ​ລັບ​ໄດ້​ທຳ​ຄວາມ​ພະຍາຍາມ​ນຳ​ກັນ​ມາຫຼາຍ​ເດືອນ.