ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-27 17:33:12    
ທ່ານ​ຢາງ​ເຈ​ສື​ພົບ​ປະ​ທ່ານ​ພໍ​ເຊີນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​​ເງິນ​ອາ​ເມ​ລິ​ກາ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 26 ພະຈິກ​ນີ້, ຢູ່​ວໍ​ຊິງ​ຕັນ​ ນະຄອນຫຼວງອາ​ເມ​ລິ​ກາ ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ພໍເຊີນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ.

ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ​​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໄດ້​ຮັກສາ​ທ່ວງທ່າ​ພັດທະນາທີ່​ກ້າວ​ໄປ​ໜ້າ, ການ​​ແລກປ່ຽນ​ແລະ​ການຮ່ວມ​ມືຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ສຳຄັນ​​ໄດ້​ກ້າວສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່າ​ນກ່າວ​ວ່າ, ການ​ສົນທະນາ​ເສດຖະກິດ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ 3 ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ການ​ສົນທະນາ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ສອງ​ປະ​ເທດ​ໃນ​ປີໜ້າ​ຫຼືວ່າໄລຍະ​ດົນ​ນານ​ກວ່າ​ນັ້ນ, ຝ່າຍ​ຈີນ​​ໃຫ້​ຄວາມ​ສຳຄັນຫຼາຍຕໍ່​ເລື່ອງ​ນີ້, ຍິນ​ດີ​​ພະຍາຍາມ​ຮ່ວມກັບ​ອາ​ເມ​ລິ​ກາ​ເພື່ອ​ຮັບປະກັນ​​ໃຫ້ການ​ສົນທະນາ​ໄດ້​ຮັບ​ຜົນສຳ​ເລັດ​​ເປັນຢ່າງ​ດີ.

ທ່ານ​ພໍ​ເຊີນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ລົງ​ເລິກ​ຄົ້ນຄວ້າ​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ແລະມີ​ລັກສະນະ​ຍຸດ​ທະ​ສາດ, ສະ​ແຫວ​ງຫາ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ​ໃນ​ຂົງ​ເຂດ​ທີ່​ສອງ​ຝ່າຍມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນໃຕ້​ຂອບ​​ເຈລະຈາເສດຖະກິດ​ຍຸດ​ທະ​ສາດ​ອາ​ເມ​ລິ​ກາ​ຈີນ.