ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-27 20:40:06    
ລົມ​ພາຍຸ​"ຮາ​ກິ​ບິ​ສ"​ກຳ​ເລີບ​ຄື​ເກົ່າ​ການ​ກອບ​ກູ້​ຊາວ​ປະ​ມົງ​ຈີນ​ແລະ​ຟິ​ລິບ​ປິນ​760 ກວ່າ​ຄົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ​:​ຍ້ອນ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກລົມ​ພາຍຸ​ແຖບ​ຮ້ອນ"ຮາ​ກິບິສ",​ປະ​ຈຸ​ບັນ,​​ມີ​ຊາວ​ປະມົງ​ຈີນ ຟິລິບ​ປິນ​ແລະ​ຫວຽດ​ນາມ​760​ກວ່າ​ຄົນ​ຍັງ​ຖືກ​ຄ້າງ​ຢູ່​ເຂດ​ທະ​ເລ​ຊີ່​ຊ່າ​ແລະ​ນານ​ຊ່າ​ຂອງ​ຈີນ,​​ໃນ​ນັ້ນ,ມີ​ເຮືອ​ປະມົງ​ຈຳນວນ​ໜຶ່ງ​ບໍ່​ມີ​ນ້ຳ ດື່ມ​ແລະ​ອາ​ຫານ​ແລ້ວ, ຕ້ອງການ​ການ​ຊ່ອຍ​ເຫຼືອຢ່າງ​ຮີບ​ດ່ວນ.

ເວລາ18​ໂມງ30ນາທີ​ວັນ​ທີ26ພະຈິກ​ນີ້ຕາມ​ເວລາ​ປັກ​ກິ່ງ,​ເຮືອ​ກູ້​ໄພ​ຂອງ​ຈີນ​ໄດ້​ເຂົ້າ​ໃກ້​ບ່ອນ​ເກີດ​ເຫດ,​ແຕ່​ຍ້ອນ​ລົມ​ແຮງ​ຫຼາຍ,​ການ​ກອບ​ກູ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ.

ຕົວ​ເລກ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ຈຳນວນ​ຜູ້​ຖືກ​ຄ້າງ​760ກວ່າ​ຄົນ​ນີ້​ມີ​ຊາວ​ປະ​ມົງ​ເມືອງ​ຊົງ​ຫາຍ​ແຂວງ​ໄຫ​ຫຼຳ​ຈີນ​700​ກວ່າ​ຄົນ,​ຊາວ​ປະ​ມົງ​ຟິ​ລິບ​ປິນ​ແລະ​ຫວຽດ​ນາມ​36​ຄົນ​ທີ່​ຖືກຊາວ​ປະ​ມົງ​ຈີນ​ກອບ​ກູ້, ຍັງ​ມີ​ຊາວ​ປະມົງ​ຟິລິບ​ປິນແລະ​ຫວຽດນາມທີ່​ຫຼີກ​ລົມພາຍຸ​ຢູ່​ມໍ່​ຫັ້ນ​.