ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-28 18:01:51    
ກ່ຳ​ປັ່ນ​ລົບ​ຈີນ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຕໍ່​ຍີ່​ປຸ່ນ​ເປັນ​ເທື່ອ​ທຳ​ອິດ

cri
ຕາ​ມຂ່າວCRI,ກ່ຳ​ປັ່ນ​ທຳລາຍ​ບັນຈຸ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຊື່"​ເສິ່ນ​ເຈິ້ນ"ຂອງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ໄປ​ຮອດ​ໂຕ​ກຽວ​ໃນ​ຕອນ​ເຊົ້າ​ວັນ​ທີ​28​ພະ​ຈິກ​ນີ້,​ເລີ່ມ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຕໍ່​ຍີ່​ປຸ່ນ​ເປັນ​ເວ​ລາ​4​ວັນ.​ນີ້​ແມ່ນ​ກ່ຳ​ປັ່ນ​ລົບ​ຂອງ​ກອງ​ທັບ​ເຮືອ​ຈີນ​ຢ້ຽມຢາມ​ຍີ່​ປຸ່ນ​ເປັນ​ເທື່ອ​ທຳ​ອິດ.

ພົນ​ເອກ​ໂຢຊີ​ຄາ​ວາ ເອອິຈິ ​ເສນາ​ທິການໃຫຍ່​ກອງ​ປ້ອງ​ກັນ​ຕົວ​ເທິງ​ທະ​ເລ​ຍີ່​ປຸ່ນ​ກ່າວ​ຄຳ​ຕ້ອນ​ຮັບ​ວ່າ,ກ່ຳ​ປັ່ນ​ລົບ​ຈີນ​ຢ້ຽມ​ຢາມ​ຍີ່​ປຸ່ນ​ເທື່ອ​ທຳ​ອິດ​ໄດ້​ເປີດ​ສັງ​ກາດ​ໃໝ່​ແຫ່ງ​ການ​ແລ​ກປ່ຽນ​ໃນຂົງ​ເຂດ​ປ້ອງ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ,​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ດີ​ຕໍ່​ກັນ​ລະ​ຫວ່າງ​ຍີ່​ປຸ່ນ​ຈີນ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​,ທ່ານ​ຊຸ່ຍ​ທ່ຽນ​ຄາຍ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່​ປຸ່ນ​ກ່າວ​ວ່າ,ກອງ​ທະຫານ​ຈີນ​ແມ່ນ​ກອງ​ທະຫານທີ່​ຮັກຫອມ​ສັນ​ຕິ​ພາບ​ແລະ​ກອງ​ທະຫານ​ທີ່​ມີ​ຄວາມ​ສິ​ວິ​ໄລ,ຫວັງ​ວ່າ​ປະຊາຊົນ​ຍີ່​ປຸ່ນຜ່ານ​ການ​ທຳ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກັບ​ນາຍ​ແລະ​ພົນ​ທະ​ຫານ​ຈີນ,​ເພື່ອ​ຊອກ​ຮູ້​ໂສມ​ໜ້າ​ໃໝ່​ຂອງ​ກອງທັບ​ຈີນ​ແລະ​ທະຫານ​ຈີນ,ຊອກ​ຮູ້​ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ຈີນ.