ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-29 18:13:49    
ຄະ​ນະ​ຜູ່​ແທນ​ເຈ​ລະ​ຈາ​ຊາຍ​ແດນ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​ຫວຽດ​ນາມ​ຈັດ​ການ​ພົບ​ປະ​ລະ​ດັບ​ຫົວ​ໜ້າ​ຄະ​ນະ​ຜູ່​ແທນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ28​ພະຈິກ​ນີ້,ຢູ່​ທີ່​ໂຮ​​ໂນ້ຍ,ທ່ານ​ອູ​ຕ້າ​ເວີຍ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ວູຢຸງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ​ໄດ້​ຈັດການ​ພົບ​ປະລະ​ດັບ​ຫົວໜ້າ​ຄະນະ​ຜູ່​ແທນ​ການ​ເຈ​ລະ​ຈາ​ຊາຍ​ແດນ​ລະ​ຫວ່າງ​ລັດຖະບານ​ຈີນ​ຫວຽດນາມ,ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ເລີ່ມ​ຈາກ​ດ້ານ​ຍຸດ​ທະ​ສາດ​ລວມ​ສະພາບ​ຕົວ​ຈິງ​ແຫ່ງ​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ຜົນ​ປະ​ໂຫຍ​ດ​ຍາວ​ນານ,​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ລະ​ຫວ່າງ​ຜູ່​ນຳ​ສອງ​ປະ​ເທດ​ຢ່າງ​ຈິງ​ຈັງ,​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.

ສອງ​ຝ່າຍ​ເຫັນ​ດີ​ເລັ່ງລັດ​ການ​ສຳ​ຫຼວດວັດ​ແທກ​ ຊາຍ​ແດນ​ທາງບົກ​ໃຫ້​ໄວ​ຂຶ້ນ,ຮັບປະກັນ​ການ​ບັນລຸ​ເປົ້າ​ໝາຍ​ທີ່​ສຳ​ເລັດ​ວຽກ​ງານ​ສຳຫຼວດ​ວັດ​ແທກ​ ຊາຍ​ແດນ​ທັງ​ໝົດ​ໃນ​ປີ2008​ຕາມ​ທີ່​ຕົກລົງ​ກັນ​ລະຫວ່າງ​ຜູ່​ນຳ​ສອງ​ປະ​ເທດ.ສອງ​ຝ່າຍ​ຍັງ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ຮ່ວມ​ກັນ​ສຳ​ຫຼວດ​ຊັບ​ພະ​ຍາ​ກອນ​ການ​ປະມົງ​ອ່າວ​ພາກ​ເໜືອ,ສອງ​ກອງທັບ​ເຮືອ​ຮ່ວມ​ກັນ​ລາດຕ​ະ​ເວນ​ແລະ​ສຳ​ຫຼວດຂຸດ​ຄົ້ນ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສຂ້າມ​ຊາຍ​ແດນ​ເປັນ​ຕົ້ນ,​ຕັ້ງ​ໜ້າ​ປຶກ​ສາ​ຫາ​ລື​ວຽກ​ງານ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ພັດ​ທະ​ນາ​ເຂດ​ທະ​ເລນອກ​ປາກ​ອ່າວ​ພາກ​ເໜືອ,​ຮ່ວມ​ກັນ​ຊຸກ​ຍູ້​ວຽກ​ງານ​ເຕືອນ​ໄພ​ແຜ່ນ​ດິນ​ໄຫວ​ທະ​ເລ​ທີ່​ຈີນ​ຫວຽດ​ນາມ​ຟິ​ລິບ​ປິນ​ຮ່ວມ​ມື​ກັນ.

ວັນ​ທີ29​ພະຈິກ​ນີ້,ທ່ານ​ຟານ​ເກ​ຍກຽມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ພົບ​ປະ​ກັບ​ທ່ານ​ອູ​ຕ້າ​ເວີຍ​ພ້ອມ​ດ້ວຍ​ຄະ​ນະ.​ສອງ​ຝ່າຍ​ໄດ້​ໂອ້​ລົມ​ກັນ​ທ່າມກາງບັນຍາກາດ​ແຫ່ງ​ໄມຕີ​ຈິດ,​ແລະ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ທຳ​ຄວາມ​ພະຍາຍາມພ້ອມ​ກັນ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ຮ່ວມ​ມື​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ລະ​ຫວ່າງ​ສອງ​ປະ​ເທດ.