ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-30 10:28:15    
ຈີນ​ມຽນ​ມາ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 29 ພະຈິກ​ນີ້ ສະມາຄົມ​ວິທະຍາສາດ​ເຕັກນິກ​ຈີນ​ກັບ​ກະຊວງ​ວິທະຍາສາດ​​ເຕັກນິກມຽນມາ​ໄດ້​ເຊັນ​ບົດ​ບັນທຶກຊ່ວຍ​ຈຳ​ກ່ຽວ​ກັບ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ດ້ານ​ວິທະຍາສາດ​ເຕັກນິກ​ຢູ່​ຢາງ​ກຸງ,​ເພື່ອ​ເພີ່​ມທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ.

ທ່ານ​ເຕິ້ງ​ນານ ​ເລຂາ​ທິການທີ​ຫນຶ່ງສຳນັກ​ເລຂາ ຮອງ​ປະທານ​ສະມາຄົມ​ວິທະຍາສາດ​ເຕັກນິກ​ຈີນ​ທີ່​ພວມ​ຢ້ຽມຢາມ​ມຽນມາ​ກັບ​ທ່ານ​ອູ​ຕອງ ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ​ເຕັກນິກ​ມຽນມາ​ໄດ້​ລົງ​ລາຍ​ເຊັນ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ດັ່ງກ່າວ.​ໃນ​ພິທີ​ລົງ​ລາຍ​ເຊັນ,ທ່ານ​ອູ​ຕອງ​ກັບ​ທ່ານ​ເຕິ້ງ​ນານ​ກ່າວ​ວ່າ, ການ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ດັ່ງ​ກ່າວ​ສາມາດ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ,ຮັດ​ແຫນ້ນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຫມັ້ນຄົງ.

ອີງ​ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ສະບັບ​ນີ້,ສອງ​ຝ່າຍ​ເຫັນ​ດີ​ຮ່ວມ​ມື​ກັນ​ຢ່າງ​ຍາວ​ນານ​ໃນ​ຂົງ​ເຂດ​ວິທະຍາສາດ​ທີ່​ສົນ​ໃຈ​ນຳ​ກັນ, ​ແລະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ກັນ​ລະຫວ່າງ​ນັກຄົ້ນຄວ້າ​ວິທະຍາສາດ.