ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-30 18:23:04    
ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ຕິ​ເບດ​ຈີນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ວຽນ

cri
ຕາມ​ຂ່າວCRI, ​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ຕິ​ເບ​ດຈີນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ວຽນ ນະ​ຄອນ​ຫຼວງ​ໂອ​ຕຼີສ​ໃນ​ວັນ​ທີ29​ພະຈິກ​ນີ້.​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ແລະ​ສະມາຄົມ​ສົ່ງ​ເສີມ​ການ​ພົວ​ພັນ​ເສດ​ຖະ​ກິດ​ໂອ​ຕຼີສ​ຈີນ​ຂອງ​ໂອ​ຕຼີສຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ເວທີ​ປຶກສາ​ຫາລື​ວິຊາ​ການ​ທີ່​ມີ​ຫົວ​ຂໍ້​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ຕິ​ເບ​ດ.

ຜູ່​ແທນ​ວົງ​ການ​ການ​ເມືອງ,​ເສດຖະກິດ,ວັດທະນະທຳ,ການ​ສຶກສາ​ແລະ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ແລ​ະ​ໂອ​ຕຼີສລວມ200ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ.​ໃນ​ຈົດ​ໝາຍ​ອວຍ​ພອນ,​ທ່ານ​ມິ​ແຊນ ສປິນ​ເດ​ເລັກ​ເກີ ຮອງ​ປະ​ທານຜູ່ທີ​ໜຶ່ງ​ຂອງ​ລັດ​ຖະ​ສະ​ພາ​ໂອ​ຕຼີສ​ໄດ້​ຂຽນ​ວ່າ,​ເວທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ຕິ​ເບດ​ຈີນ​ຈະ​ເຮັດ​ໃຫ້​ຊາວ​ຕິ​ເບ​ດທີ່​ຢູ່​ໂອ​ຕຼີສ​ຮູ້​ສຶກ​ທະ​ນົງ​ຕົວ,​ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ເຂົ້າ​ໃຈ​ກັນ​ແລະ​ແລກປ່ຽນຄວາມ​ເຫັນ​ກັນ.

ໃນ​ເວທີ​ປຶ​ກສາ​ຫາລື​ຈະດຳ​ເນີນ​ເປັນ​ເວລາ2​ວັນ,ຜູ່​ທີ່​ຮ່ວມ​ປະຊຸມ​ຈະ​ລົງ​ເລິກ​ຫາ​ລື​ບັນ​ຫາ​ຕ່າງໆ​ຂອງ​ຕິ​ເບ​ດເຊັ່ນ​ຮູບ​ແບບ​ການ​ພັດທະນາ​,ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ກັບ​ການ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ,​ການ​ແພດ​ແລະ​ຢາ​ຕິ​ເບດ,​ການ​ທ່ອງ​ທ່ຽວ,​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຕົ້ນ.