ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-05 15:59:44    
ຜູ່​ຊ່ຽວຊານ​ກ່າວ​ວ່າພະຍາດ​ໄຂ້​ຫວັດ​ສັດ​ປີກ​ຍັງ​​ເປັນ​ໄພ​ຂົ່ມ​ຂູ່​ອັນ​ຮ້າຍ​ແຮງຕໍ່​ໂລກ

cri Author: da
ຕາມ​ຂ່າວCRI: ວັນ​ທີ4ທັນວາ​ນີ້ ຢູ່​ນິວ​ດັນ​ລີ ທ່ານ​ອານ​ບູມານີ ຣາມາ​ດົສ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ອິນ​​ເດຍກ່າວ​ວ່າ,ພະຍາດ​ໄຂ້ຫວັດ​ສັດ​ປີກ​ຍັງ​​ເປັນ​ໄພຂົ່ມຂູ່​ອັນ​ຮ້າຍ​ແຮງຕໍ່​ໂລກ,​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ໄຂ້ຫວັດ​ສັດ​ປີກ​ແລະ​ພະຍາດ​ຕິດ​ແປ​ດອື່ນໆ,ປະ​ເທດ​ພວມ​ພັດທະນາ​ຕ້ອງ​ອອກ​ແຮງ​ສະ​ແຫວ​ງຫາ​ມາດ​ຕະການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ດ້ວຍ​ທຶນຕ່ຳ.

ທ່ານ​ຣາມາ​ດົສ​ແມ່ນ​ໃຫ້​ທັດ​ນະ​ສະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ສາກົນກ່ຽວ​ກັບ​ພະຍາດ​ຕິດ​ແປດ​ຄື​ໄຂ້​ຫວັດ​ສັດ​ປີກ​ເປັນຕົ້ນ.

ມື້​ດຽວ​ກັນ ທ່ານ​ແຈັກ​ເຄັສ ຕີ​ອົຟ ຜູ່​ອຳນວຍ​ການ​ໃຫຍ່ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ຫຼືຟາ​ວກ່າວ​ໃນ​ກອງ​ປະຊຸມ​ວ່າ,​ພະຍາດໄຂ້ຫວັດ​ສັດ​ປີກ​ຍັງອາດຈະແຜ່​ລະບາດ​ໃນ​ທົ່ວ​ໂລກ,ສະນັ້ນຈຶ່ງຕ້ອງການ​ໃຫ້​ມວນ​ມະນຸດ​ສືບ​ຕໍ່​ມີສະຕິ​ລະວັງ​ຕົວ​ແລະ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ແລະ​ຄວບ​ຄຸມ,​ໂດຍ​ສະ​ເພາະ​ແມ່ນ​ມາດ​ຕະການ​ປ້ອງ​ກັນ​ແລະ​ຄວບ​ຄຸມຕໍ່ສັດ.