ໄທເກີດເຫດລະເບີດມີ 6 ຄົນເສຍຊີວິດ
cri
Author: mo
ຕາມຂ່າວCRI: ວັນທີ 4 ທັນວານີ້, ຢູ່ຈັງຫວັດປັດຕະນີ ພາກໃຕ້ຂອງໄທໄດ້ເກີດເຫດລະເບີດ, ເຮັດໃຫ້ 6 ຄົນເສຍຊີວິດ, ປະມານ 30 ຄົນບາດເຈັບ.
ຕາມຂ່າວແຈ້ງວ່າ, ເວລາປະມານ 18 ໂມງເຄິ່ງຕາມເວລາທ້ອງຖີ່ນ, ລົດຈັກຄັນໜຶ່ງທີ່ຈອດຢູ່ໜ້າຮ້ານອາຫານແຫ່ງໜຶ່ງຢູ່ເມືອງທີ່ຂຶ້ນກັບຈັງຫວັດປັດຕະນີໄດ້ເກີດລະເບີດຂຶ້ນຢ່າງກະທັນຫັນ. ຍ້ອນພວມຢູ່ໃນຍາມທີ່ມີຄົນກິນເຂົ້າຫຼາຍ, ລະເບີດໄດ້ເຮັດໃຫ້ 2 ຄົນເສຍຊີວິດຄາທີ່, 30 ກວ່າຄົນບາດເຈັບ, ໃນນັ້ນ, ຜູ້ບາດເຈັບ 4 ຄົນທີ່ຖືກສົ່ງໄປໂຮງໝໍໄດ້ເສຍຊີວິດ.
|
|