ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-07 20:06:23    
ງານ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 24​ຈັດ​ຂຶ້ນ​ຢູ່​ໄທ

cri
ຕາມ​ຂ່າວສານ​ຊິນ:ວັນ​ທີ 6 ທັນວາ​ນີ້,ງານ​ກິລາຊີ​ເກ​ມຄັ້ງ​ທີ 24 ​ໄດ້​ຈັດ​ພິທີ​​ໄຂ​ງານ​ຢູ່​ເມື​ອງ​ໂຄ​ລາດ  ຕົວ​ເມືອງ​ພາກ​ອີສານ​ຂອງໄທ

ໃນ​ພິທີ​ຈັດ​ງານ​ທີ່ດຳ​ເນີນປັນ​ເວລາ​ສອງ​ຊົ່ວ​ໂມງ​ເຄິ່ງ,ນັກ​ສະ​ແດ​ງ​ເກືອບ​ພັນ​ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າ​ງໆ​ຂອງ​ໄທ​ໄດ້​ສະ​ແດງ​ລາຍການ​ທີ່​ເຕັມ​ໄປ​ດ້ວຍຮີດຄອງ​ປະ​ເພນີຣອັນ​ເຂັ້ມ​ຂຸ້ນຂອງ​ໄທ.​ໃນຕອນ​ມ້ວນ​ທ້າຍ​ພິທີ​ໄຂ​ງານ, ຍັງ​ໄດ້​ຈູດບັ້ງ​ໄຟ​ດອກ,​ເຮັດ​ໃຫ້ການ​ສະ​ແດງ​ບັນລຸ​ເຖິງ​ກະ​ແສ​ສູງ​

 ງານ​ກິລາຊີ​ເກ​ມ​ຄັ້ງ​ນີ້​ລວມມີ​ລາຍການ​ແຂ່ງຂັນ 51 ລາຍການ,ຈຳນວນ​ຫຼຽນ​ຄຳ​ທັງ​ຫມົດ​ມີ 475 ຫຼຽນ,ນັກ​ກິລາ​ແລະ​ເຈົ້າ​ຫນ້າ​ທີ່ 8000 ກວ່າ​ຄົນ​ທີ່​ມາ​ຈາກ 10 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​ດັ່ງກ່າວ.
   ການ​ແຂ່ງຂັນສ່ວນ​ຫນຶ່ງຂອງ​ງານ​ກິລາຊີ​ເກ​ມ​ຄັ້ງ​ນີ້​ໄດ້​ເລີ່​ມຈັດ​ຂຶ້ນ​ແຕ່​ວັນ​ທີ 28 ພະຈິກ​​,ການ​ແຂ່ງຂັນ​ຫຼາຍລາຍ​ເຊັ່ນຍິງ​ປືນ​ແລ​ະປິ່ງ​ປ່ອງ​ເປັນ​ຕົ້ນ​ໄດ້​ຈັດ​ຂຶ້ນ​ກ່ອນ​ເວລາ​ກຳນົດ​ແລະ​ໄດ້​ຊິງ​ຊະນະ​ເລີດ​ແລ້ວ.ນັບ​ມາ​ຮອດ​ກ່ອນ​ພິທີ​ໄຂ​ງານ,​ໄທ​ໄດ້​​ ຫຼຽນ​ຄຳ 21 ຫຼຽນ  ຫຼຽນ​ເງິນ 20 ຫຼຽນ​ແລະ​ຫຼຽນ​ທອງ 8 ຫຼຽນ,​ ເປັນ​ທີ​ຫນຶ່ງ​ໃນ​ຕາລາງ​ຫຼຽນ.

ປະ​ເທດ​ທີ່​​ເປັນ​ທີ​ສອງ​​​ໃຣຕາລາງ​ຫຼຽນແມ່ນ​ສິງກະ​​ໂປ,​ໄດ້​ຫຼຽນ​ຄຳ 10 ຫຼຽນ ຫຼຽນ​ເງິນ 6 ຫຼຽນ​ແລະ​ຫຼຽນ​ທອງ 6 ຫຼຽນ,ຫນວຽນາມ​​ໄດ້ເປັນ​ທີ່​ສາມ​ ໄດ້​ຫຼຽນ​ຄຳ7 ຫຼຽນ ຫຼຽນ​ເງິນ 6 ຫຼຽນ​ແລະ​ຫຼຽນ​ທອງ 16 ຫຼຽນ.

ງານ​ກິລາ​ຊີ​ເກ​ມ​ຄັ້ງ​ນີ້​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 15 ທັນວາ​ນີ້.