|
|
(GMT+08:00)
2007-12-24 20:47:01
|
|
ສະມາຄົມຕິດຕາມເຕັກນິກຂອງເຢຍລະມັນກ່າວວ່າແນວຄິດທີ່ຂວ້ຳບາດສິນຄ້າຈີນແມ່ນຜິດພາດທີ່ສຸດ
cri
ຕາມຂ່າວສານຊິນຮວາ,ບຸນຄຼິສມັດໃກ້ຈະມາເຖິງ,ສິນຄ້າເຄື່ອງຫິ້ນຂອງຈີນໄດ້ກວມ80%ຂອງຕະຫຼາດເຢຍລະມັນ.ຕາມວິທະຍຸດອຍສະແວວເລີ ຂອງເຢຍລະມັນລາຍງານໃນຫວ່າງມໍ່ໆນີ້ວ່າ,ໂຄສົກສະມາຄົມຕິດຕາມເຕັກນິກຂອງເຢຍລະມັນກ່າວວ່າ,ແນວຄິດທີ່ຢາກຂວ້ຳບາດສິນຄ້າຈີນແມ່ນຜິດພາດທີ່ສຸດ.
ຂ່າວດັ່ງກ່າວໄດ້ຍົກເອົາຄຳເວົ້າຂອງຜູ່ຊ່ຽວຊານຂອງສະມາຄົມຕິດຕາມເຕັກນິກເຢຍລະມັນມາແຈ້ງວ່າ,ໂຮງງານຂອງເຢຍລະມັນມີບັນຫາຄຸນນະພາບເຊັ່ນດຽວກັນ,ສິ່ງທີ່ເຢຍລະມັນເຮັດໄດ້ນັ້ນພຽງແຕ່ແມ່ນນຳໃຊ້ເງື່ອນໄຂຕິດຕາມກວດກາຄຸນນະພາບຂອງຕົນເພື່ອຮັບປະກັນຄຸນນະພາບຂອງຜະລິດຕະພັນ.ຜູ່ຊ່ຽວຊານກ່າວວ່າ,ຜະລິດຕະພັນຈີນທີ່ມີບັນຫາກວມອັດຕາອ່າວສູງແມ່ນຍ້ອນວ່າເຄື່ອງບໍລິໂພກຫຼາຍກວ່າເຄິ່ງໜຶ່ງໃນຮ້ານຄ້າຂອງເຢຍລະມັນລ້ວນແຕ່ແມ່ນມາຈາກຈີນ,ແລະຜະລິດຕະພັນຈີນທີ່ຮັບການກວດການັ້ນແມ່ນຫຼາຍກວ່າແຕ່ກ່ອນຢ່າງຫຼວງຫຼາຍ
ສະມາຄົມຕິດຕາມເຕັກນິກຂອງເຢຍລະມັນແມ່ນອົງການກວດກາເຄື່ອງຫຼິ້ນທີ່ໃຫຍ່ກວ່າໝູ່ໃນໂລກ.ເດືອນສິງຫາປີນີ້,ສະມາຄົມດັ່ງກ່າວເຄີຍໄດ້ອອກຖະແຫຼງຂ່າວໂດຍເຫັນວ່າເຄື່ອງຫຼິ້ນຂອງຈີນແມ່ນປອດໄພກວ່າຍາມໃດໝົດແລະກ່າວວ່າບໍ່ຄວນປະຕິເສດສິນຄ້າຈີນຍ້ອນສິນຄ້າເຄື່ອງຫຼິ້ນທີ່ຈີນຜະລິດມີສ່ວນໜຶ່ງມີບັນຫາດ້ານຄຸນນະພາບ.
|
|
|