ຕາມຂ່າວCRI:ວັນທີ24ທັນວານີ້,ໃນເວລາພົບປະກັບທ່ານຊູນປີ້ກ້ານ ທູດພິເສດບັນຫາຕາເວັນອອກກາງຂອງຈີນ,ທ່ານມາມຸດ ອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນໄດ້ຕີລາຄາສູງຕໍ່ຫຼັກໝັ້ນອັນທ່ຽງທຳແລະບົດບາດອັນຕັ້ງໜ້າຂອງຈີນໃນບັນຫາຕາເວັນອອກກາງ.
ທ່ານອັບບາສໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການຂະຫຍາຍການພົວພັນປາເລັສຕິນ-ຈີນ,ທ່ານກ່າວວ່າ,ປາເລັສຕິນຈະສຸມກຳລັງຜ່ານຈາກການເຈລະຈາທາງການເມືອງມາແກ້ໄຂບັນຫາກ່ຽວກັບຖານະໃນຂັ້ນສຸດທ້າຍ,ບັນລຸເປົ້າໝາຍສ້າງຕັ້ງປະເທດ,ແລະຂອບໃຈຕໍ່ປະຊາຄົມໂລກ ທີ່ລວມທັງຈີນໃນການເສີມຂະຫຍາຍບົດບາດຊຸກຍູ້ຢ່າງຕັ້ງໜ້າ.
ທ່ານຊູ່ນປີ້ກ້ານກ່າວວ່າ,ຈີນສະໜັບສະໜູນ ປາເລັສຕິນກັບອິສຣາແອນດຳເນີນການເຈລະຈາຢ່າງຕໍ່ເນື່ອງກ່ຽວກັບຖານະໃນຂັ້ນສຸດທ້າຍ,ໄດ້ຮັບໝາກຜົນທີ່ມີລັກສະນະຕົວຈິງໂດຍໄວ,ເພື່ອສ້າງຕັ້ງປະເທດປາເລັສຕິນທີ່ເປັນເອກະລາດ,ໃຫ້"ສອງປະເທດ"ປາເລັສຕິນກັບອິສຣາແອນຮ່ວມກັນໂດຍສັນຕິ.
ທ່ານຊູ່ນປີ້ກ້ານຍັງກ່າວວ່າ,ຝ່າຍຈີນໄດ້ໃຫ້ຄຳໝັ້ນສັນຍາວ່າ,ໃນ3ປີຕໍ່ໜ້າຈະສະໜອງການຊ່ວຍເຫຼືອ80ລ້ານຢວນໃຫ້ແກ່ປາເລັສຕິນ.
|