ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-26 16:21:28    
ໜັງສືພິມ​ໂຕ​ກຽວຊິມ​ມູນ​ຂອງ​ຍີ່​ປຸ່ນ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ທ່ານ​ຢາ​ຊູ​ໂອ​​ ຟູ​ຄູ​ດາ​ຈະ​ມາ​ຢ້ຽມ​ຢາມ​ຈີນ​ໃນ​​ໄວໆ​ນີ້

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 26 ທັນວາ​ນີ້, ໜັງສືພິມ​ໂຕ​ກຽວຊິ​ມມູນຂອງ​ຍີ່​ປຸ່ນ​ໄດ້​ພິມ​ບົດ​ນຳ ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ທ່ານຢາ​ຊູ​ໂອ ​ຟູ​ຄູ​ດາ ນາຍົກລັດຖະມົນຕີຍີ່ປຸ່ນ​ຈະມາຢ້ຽມຢາມ​ຈີນ​ໃນ​ໄວໆ​ນີ້, ​ເຫັນ​ວ່າ, ສອງ​ຝ່າຍ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນຈະ​​ເປັນ​​ເສັ້ນທາງ​​​ໄປ​ສູ່ມິດ​ຕະພາບຢ່າງ​ແທ້​ຈິງ.

ບົດ​ນຳ​ຂຽນ​ວ່າ, ​ໃນ​ສະພາບ​ທີ່​ສະພາ​ແຫ່ງ​ຊາດ​ຍີ່​ປຸ່ນຈັດ​ຕາຕະລາງ​ເວລາ​ຢ້ຽມຢາມ​ເຕັມ​ໝົດ​ແລ້ວ​, ​ແຕ່ທ່ານຢາ​ຊູ​ໂອ​ຟູ​ຄູ​ດາ ນາຍົກລັດຖະມົນຕີຍີ່ປຸ່ນ​ກໍ່​ຍັງ​ຍາດ​ເວລາ​ໄປ​ຢ້ຽມຢາມ​ເມືອງ​ສີ​ຝູ​ແຂວງ​ຊ່ານ​ຕົ່ງ ບ້ານ​ເກີດ​​ຂົງຈື້ ຜູ້​ລິ​ເລີ່​ມສ້າງ​ສຳນັກ​ປັດ​ຊະ​ຍາຂົງຈື ​ເຊິ່ງ​ເປັນວັດທະ​ນະທຳ​ດັ້ງ​ເດີມ​ຮ່ວມ​ກັນ​ຂອງ​ຍີ່​ປຸ່ນ​ແລະ​ຈີນ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ຄວາມ​ຮູ້ສຶກ​ຂອງ​ປະຊາຊົນ​ຈີນ​ທີ່​ມີ​ຕໍ່​ຍີ່​ປຸ່ນ.

ບົດ​ນຳ​ຊີ້​ອອກ​ວ່າ, ຍີ່​ປຸ່ນຈີນ​ມີ​ຄວາມ​ເຫັນ​ຂັດ​ແຍ່ງ​ກັນ​ໃນ​ບັນຫາ​ຕ່າງໆ​ເຊັ່ນ​ພັດທະນາ​ຊັບພະ​ຍາກ​ອນທະ​ເລ​ຈີນ​ຕາ​ເວັນ​ອອກ​ແລະ​ບັນຫາ​ໄຕ້​ຫວັນ​ເປັນຕົ້ນ, ສອງ​ຝ່າຍ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ ຈະ​ເປີດ​ເສັ້ນທາງ​ໃຫ້​ແກ່​ການ​ບັນລຸ​ມິດຕະພາບ​ອັນ​ແທ້​ຈິງ.

ທ່ານຢາ​ຊູ​ໂອ ຟູ​ຄູ​ດາ ​ຈະ​ເດີນທາງ​ຮອດ​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 27 ທັນວາ​ນີ້, ຈະ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 4 ວັນ.