ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-28 16:23:10    
ລາຄານ້ຳ​ມັນ​ໃນ​ຕະ​ຫຼາດ​ໂລກ​ສູງ​ຂຶ້ນ

cri Author: mo
ຕາມ​ຂ່າວ​CRI: ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກ​ປັດ​ໃຈ​ຕ່າງໆ​ເຊັ່ນ​ການ​ສະ​ສົມ​ນ້ຳມັນ​ດິບ​​ທາງ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາຫຼຸດໜ້ອຍ​ລົງ​ຢ່າງຫຼວງຫຼາຍ, ​ແລະ​ນາງ​ເບ​ນາ​ຊີ ບຸດ​ໂຕ ອະດີດ​ນາຍົກລັດຖະມົນຕີປາກີ​ສະຖານ​ຖືກ​ລອບ​ສັງຫານ​ແລະ​ອື່ນໆ, ວັນ​ທີ 27 ທັນວາ​ນີ້, ລາຄາ​​ນ້ຳມັນ​ດິບຊື້​ຂາຍ​ລ່ວງ​ໜ້າ​​ໃນ​ຕະຫຼາດສາກົນ​ໄດ້​ຖີບ​ສູງ​ຂຶ້ນ.

ມື້​ດຽວ​ກັນ, ​ໃນ​ຕະຫຼາດຫຼັກຊັບ​​ນິວຢອກ, ລາຄາ​ນ້ຳມັນ​ດິບ​ທາດ​ເບົາຊື້​ຂາຍ​ລ່ວງ​ໜ້າ​ທີ່​ຈະ​ມອບ​ສີນ​ຄ້າ​ໃນ​ເດືອນ​ກຸມ​ພາ​ປີໜ້າ​ ໄດ້​ແພງ​ກວ່າ​ມື້ກ່ອນ 0,65 ​ໂດ​ລາຕໍ່ບາ​ເຣວ, ​ລາຄາຕອນ​ອັດ​ຕະຫຼາດແມ່ນ 96,62 ​ໂດ​ລາ. ຢູ່​ຕະຫຼາດຫຼັກຊັບ​ນ້ຳມັນ​ເຊື້ອ​ໄຟ​ລອນ​ດອນ, ລາຄາ​ນ້ຳມັນ​ດິບ​​ເບຼັນທ໌ທະ​ເລ​ເໜືອ​ທີ່​ຈະ​ມອບ​ສິນຄ້າ​ໃນ​ເດືອນ​ກຸມພາ​ປີໜ້າ​​ໄດ້​ແພງ​ຂຶ້ນ 0,84 ​ໂດ​ລາ​ຕໍ່​ບາ​ເຣວ, ລາຄາ​ຕອນ​ອັດ​ຕະຫຼາດ​ 94,78 ​ໂດ​ລາ.