ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-30 16:47:52    
ລັດຖະບານ​ອີ​ຣັກ​ກ່າວ​ວ່າ,​​ເຄືອ​ຂ່າຍ​ຂອງ​ອົງ​ການ​ອານ​ເຄດາ​ຢູ່​ອີ​ຣັກ​ຖືກ​ທຳ​ລາຍ75%

cri Author: da
ຕາມ​ຂ່າວCRI: ວັນ​ທີ29ທັນວາ​ນີ້ ​ເຈົ້າໜ້າທີ່ກະຊວງພາຍ​ໃນຂອງອີຣັກກ່າວ​ວ່າ,ຍ້ອນ​ໄດ້​ຮັບ​ຜົນສຳ​ເລັດ​ຈາກ​ການ​ພັດທະນາ​ກອງປ້ອງ​ກັນ​ຄວາມ​ປອດ​ໄພອີຣັກ, ເຄືອ​ຂ່າຍຂອງ​ອົງການ​ອານ​ເຄດາ​ຢູ່​ອີຣັກ 75% ຖືກ​ທຳລາຍ​ແລ້ວ.

​ແຕ່​ມື້​ດຽວ​ກັນ ທ່ານ​​ແດ​ວິດ ປິ​ເຕີ​ເລ​ອຸສ ຜູ່​ບັນຊາ​ການ​ສູງ​ສຸດ​ຂອງກອງທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ,ປະຈຸ​ບັນ ສະພາບ​ຄວາມ​ປອດ​ໄພ​ຂອງ​ອີຣັກຍັງ​ອ່ອນ​​ແອ​ຫຼາຍ,ອານ​ເຄ​ດາ​ຍັງມີ​ເຈດ​ຕະນາ​ກໍ່​ຄວາມຮຸນ​ແຮງ​ລະຫວ່າງ​ສາສະໜາຝ່າຍ​ຕ່າງໆຢູ່.

ຂ່າວ​ແຈ້ງ​ອີກ​ວ່າ,ມື້​ດຽວ​ກັນ ທ່ານ​ບິນ ລາ​ເດນ ຫົວ​ໜ້າ​ອົງການອານ​ເຄດາ​ເຜີຍ​ແຜ່​ເທັບ​ບັນທຶກ​ສຽງ​ໃໝ່​ທາງ​ອິນ​ເຕີ​ເນັດ,ກ່າວ​ໂຈມ​ຕີ​ອາ​ເມ​ລິ​ກາ​ມີ​ຈຸດ​ປະ​ສົງ​ຍຶດ​ເອົາຊັບພະຍາກອນພະລັງງານ​ນ້ຳມັນ​​ຂອງ​ອີຣັກ,​ແລະ​ຮຽກຮ້ອງ​​ໃຫ້​ອີຣັກປະຕິ​ເສດບໍ່​ຮັບ​ເອົາ​ແຜນການຂອງ​ອາ​ເມ​ລິ​ກາ​ທີ່​ຈະສ້າງຕັ້ງລັດຖະບານປະສົມ​ອີຣັກ​ຄືນ​ໃໝ່.