ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-02 17:59:33    
ຜູ່​ປະ​ສົບ​ເຄາະ​ຮ້າຍ​ຈາກ​ໄພ​ນ້ຳ​ຖ້ວມ​ແລະ​ດິນ​ເຈື່ອນ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ຫຼາຍ​ກວ່າ​100​ຄົນ

cri
ຕາມ​ຂ່າວCRI,ວັນ​ທີ2​ມັງກອນ​ນີ້,ທ່ານ​ລັສ​ແຕມ ປາ​ຄາ​ຢາ ຫົວໜ້າ​ສູນ​ວິ​ກິດ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ໄພ​ນ້ຳ​ຖ້ວມ​ແລະ​ດິນເຈື່ອນ​ທີ່​ເກີດ​ຂຶ້ນ​ຢູ່​ເກາະ​ຊາ​ວາ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ເຮັດ​ໃຫ້​ຄົນ​ເສຍ​ຊີວິດ​ເຖິງ​102​ຄົນ,​ນອກ​ນີ້​ຍັງ​ມີ21​ຄົນ​ຫາຍ​ສາບ​ສູນ.

ທ່ານ​ປາ​ຄາ​ຢາ​ແຈ້ງ​ໃຫ້​ຊາບ​ວ່າ,ຝົນຕົກ​ແຮງ​ໃນ​ອາທິດ​ແລ້ວ​ນີ້​ໄດ້​ເຮັດ​ໃຫ້​ຄັນ​ຄູ​ນ້ຳ​ໂຊ​ໂລ​ພັງ​ເຮັດ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ແລະ​ຫຼາຍ​ແຫ່ງ​ດິນ​.​ນ້ຳ​ໄຫຼ​ເຂົ້າ​ຖ້ວມ​ນາ​ສວນ,​ຖະ​ໜົນ​ແລະ​ທາງ​ລົດ​ໄຟ​ກໍ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ.​ປັ​ດຈຸ​ບັນ,​ລະ​ດັບ​ນ້ຳຂ​ອງ​ບາງ​ແຫ່ງ​ຢູ່​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ເກາະ​ຊາ​ວາ​ໄດ້​ບົກລົງ​ແລ້ວ,​ແຕ່​ອີກ​ບາງ​ແຫ່ງ​ປະສົບ​ໄພ​ໜັກ​ໜ່ວງ​ກວ່າ​ເກົ່າ,ມີ​ປະຊາຊົນ6​ໝື່ນ​ກວ່າ​ຄົນ​ຖືກ​ຍົກຍ້າຍ​ໄປ​ບ່ອນ​ອື່ນ.

ທ່ານ​ປາ​ຄາ​ຢາ​ກ່າວ​ວ່າ,ອົງການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ຂົນ​ສົ່ງ​ວັດ​ສະດຸ​ຕ່າງໆ​ເຊັ່ນ​ຢຸກ​ຢາ,​ອາ​ຫານ​ແລະ​ນ້ຳ​ກິນ​ໄປ​ໃຫ້​ເຂດ​ປະສົບ​ໄພ,​ແລະ​ໄດ້​ສ້າງ​ສູນ​ປິ່ນ​ປົວ​ເຄື່ອນ​ທີ່​ເພື່ອ​ໃຫ້​ການ​ບໍ​ລິ​ການ​ປິ່ນ​ປົວ​ພະ​ຍາດ​ແກ່​ປະ​ຊາ​ຊົນ​ຜູ່​ປະ​ສົບ​ໄພ.