ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-03 18:55:03    
ນັກ​ກິ​ລາ​ມາ​ເລ​ເຊຍ​10​ຄົນ​ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ເຂົ້າ​ຮ່ວມ​ການ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າ​ງ​ມໍ່ໆ​ນີ້ ,ຄະນະ​ກຳມະການ​ກິລາ​ແຫ່ງ​ຊາດ​ມາ​ເລ​ເຊຍ​ໄດ້​ເປີ​ດ​ເຜີຍ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​​ເປີວ່າ,ປະຈຸ​ບັນ,ມາ​ເລ​​ເຊຍ​ໄດ້​ຄັດ​ເລືອກ​ເອົາ​ນັກ​ກິລາ10 ຄົນ​ເຂົ້າ​ຮ່ວມງານ​ກິລາ​ໂອ​ລິ​ມປິກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ ຫຼວງ​ປັກ​ກິ່ງ​ຂອງ​ຈີນໃນ​ປີ​ນີ້.

ຂ່າວ​ແຈ້ງວ່າ,ປະຈຸ​ບັນ,ການ​​ແຂ່ງຂັນ​ຊິງຄຸນ​ວຸດ​ທິ​ເຂົ້າ​ຮ່ວມລາຍການ​ແຂ່ງ ຂັນ​ງານ​ກິລາ​ໂອ​ລິ​ມປິກ​ຈຳນວນ​ຫນຶ່ງ​ຍັງ​ພວມດຳ​ເນີນ​ຢູ່,ມາ​ເລ​ເຊຍ​ອາດ​ຈະ​ມີ​ນັກ​ກິລາ​ຫຼາຍ​ກວ່ານີ້​ໄດ້​​ເຂົ້າ​ຮ່ວມ​ການ​​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ.

ເຈົ້າ​ຫນ້າທທີ່ຂອງຄະນະ​ກຳມະການ​ກິລາ​​ແຫ່ງ​ຊາດ​ມາ​ເລ​ເຊຍ​ໄດ້​​ແຈ້ງ ວ່າ,ກິລາ​ຕີ​ດອກປີ​ກ​ໄກ່​ແມ່ນ​ລາຍການ​ທີ່ມາ​ເລ​ເຊຍ​ຄາດ​ຫວັງ​ໃຫ້​ໄດ້ຫຼຽນ​ ,ສ່ວນລາຍການ​ອື່ນໆ​​ແມ່ນ​ເພື່ອ​ຍົກ​ລະດັບ​ຄວາມ​ສາມາດຂອງ​ນັກ​ກິລາ​ໃຫ້​ສູງ​ຂຶ້ນ​ເທົ່າ​ນັ້ນ.

ທ່ານ​ບາ​ດາ​ວີ ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວ​ວ່າ,ທ່ານຫວັງ​ໃຫ້​ນັກ​ກິລາ​ມາ​ເລ​ເຊຍ​ຈະ​ໄດ້​ຮັບ​ຫຼຽນຄຳ​ຫຼຽນ​ທຳ​ອິດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​​ໃນ​ປີ​ນີ້