ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-05 17:36:30    
ສປປ​ເກົາຫຼີ​ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ປະ​ຕິ​ບັດ​ສັນ​ຍາ​ເຈ​ລະ​ຈາ​6ຝ່າຍ

cri Author: da
ຕາມ​ຂ່າວCRI:ວັນ​ທີ4ມັງກອນ​ນີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫຼີ​ກ່າວ​ວ່າ,ການ​ທີ່ສັນຍາ​ເຈລະຈາ6ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ຖືກ​​ແກ່ຍາວເວລາ​ປະຕິບັດ,​ໜ້າ​ທີ່​ບໍ່​ແມ່ນ​ຢູ່​ນຳ​​ສປປ​ເກົາຫຼີ,ຫາກ​ແມ່ນຢູ່​ນຳປະ​ເທດ​ອື່ນ​​ແ​ກ່ຍາວ​ເວລາ​ປະຕິບັດ​ພັນທະ​ຂອງ​ຕົນ.

​ໂຄສົກ​ຜູ່​ນີ້​ກ່າວ​ວ່າ,​ໃນ​ບັນຫາ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍບໍ່​ສາມາດ​ຜະ​ລິດ​ໄດ້,ສປປ​ເກົາຫຼີ​ໄດ້​ສຳ​ເລັດ​ວຽກ​ງານ​ພາຍ​ໃນ​ຂອບ​ເຂດ​ເປັນ​ໄປ​ໄດ້​ດ້ານ​​ເຕັກນິກ​ກ່ອນ​ວັນ​ທີ31ທັນວາ​ປີ​ກາຍ​ນີ້ ​ໂດຍ​ອີງ​ຕາມ​ເອກະສານ​ຮ່ວມ​ຂອງ​ການ​ເຈລະຈາ6ຝ່າຍ​ໃນ​ວັນ​ທີ3ຕຸລາ​ປີ2007. ​ໃນ​ບັນຫາລາຍ​ງານ​ແຜນການ​ນິວ​ເຄຼຍ,ສປປ​ເກົາຫຼີ​ໄດ້​ເຮັ​ດ​ວຽກທີ່​ຕົນ​ຄວນ​ເຮັດ. ​ໂຄສົກ​ກ່າວ​ວ່າ,ອີງ​ຕາມ​ຫຼັກການ"ການ​ເຄື່ອນ​ໄຫວ​ຕໍ່​ການ​ເຄື່ອນ​ໄຫວ"ທີ່​ສັນຍາ​ກຳນົດ​ໄວ້​,​ໃຕ້ສະພາບ​ທີ່​ປະ​ເທດ​ອື່ນ​ແກ່ຍາວ​ເວລາປະຕິບັດ​ພັນທະ​ຂອງ​ຕົນນັ້ນ,ຫວ່າງ​ມໍ່ໆ​ນີ້ສປປ​ເກົາຫຼີ​ຈຶ່ງຈຳ​ເປັນ​ຕ້ອງປັບປຸງ​ຄວາມ​ໄວຂອງ​ການ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ ພາກສ່ວນໜຶ່ງບໍ່​ສາມາດ​ຜະລິດ​ໄດ້.

​ໃນມື້​ດຽວ​ກັນ,ທ່ານ​ໂທ​ນີ ຟຼາ​ໂຕ ​ໂຄສົກທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຍັງພວມ​ລໍຖ້າ​ສປປ​ເກົາຫຼີ​ລາຍ​ງານ​ແຜນການ​ນິວ​ເຄຼຍທີ່​ຄົບ​ຖ້ວນ​ແລະ​ຄັກ​ແນ່.