ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-10 10:54:29    
ທ່ານ​ບຸສ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ໂອ​ເມີດ

cri

ວັນທີ9ມັງກອນນີ້,ທ່ານບຸສ(ກາງ)ເດີນທາງໄປຮອດອິສຣາແອນ

ຕາມ​ຂ່າວCRI,ວັນ​ທີ9​ມັງກອນ​ນີ້,ທ່ານ​ຈອດ​ຈ໌ ບຸ​ສ ປະທານ​າ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມ​ຢາມ​ອິສຣາ​ແອນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເອຮຸນ ​ໂອເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ.

ວັນທີ9ມັງກອນນີ້,ທ່ານບຸສ(ກາງ)ເດີນທາງໄປຮອດອິສຣາແອນ

ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຈ​ລະ​ຈາ,ທ່ານ​ບຸ​ສກ່າວ​ວ່າ,ອາ​ເມ​ລິ​ກາ​ຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ອິສຣາ​ແອນ​ແລະ​ປາ​ເລັສ​ຕິນ​ເພື່ອ​ບັນລຸ​ການ​ເຊັນ​ສັນຍາ​ສັນ​ຕິ​ພາບ.​ແຕ່​ສັນ​ຕິ​ພາບ​ກໍ​ໝາຍ​ຄວາມ​ວ່າ​ສອງ​ຝ່າຍ​ຕ້ອງ​ຜ່ອນ​ສັນ​ຜ່ອນ​ຍາວ​ແກ່​ກັນ.ທ່ານ​ກ່າວ​ເນັ້ນ​ວ່າ,ການ​ຕັ້ງ​ຖິ່ນ​ຖານ​ທີ່​ຜິດ​ກົດໝາຍ​ທັງ​ໝົດ​ຢູ່​ ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​​ແດນ​ລ້ວນ​ແຕ່​ຄວນ​ຖືກ​ຍົ​ກ​ເລີກ.

ວັນທີ9ມັງກອນນີ້,ທ່ານບຸສເດີນທາງໄປຮອດອິສຣາແອນ,ທ່ານຈັບມືກັບທ່ານໂອເມີດ
ຢູ່ທີ່ສະໜາມບິນ

ທ່ານ​​ໂອ​ ​ເມີດ​ກ່າວ​ວ່າ,ອິສຣາ​ແອນ​ມີ​ທ່າ​ທີ​​ຈິງ​ຈັງ​ໃນ​ບັນຫາ​ປະ​ຕິ​ບັດ​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ,​ແລະ​ສອງ​ຝ່າຍ​ອິສຣາ​ແອນ​ກັບປາ​ເລັສ​ຕິນ​ລ້ວນ​ແຕ່​ຕັ້ງ​ໜ້າ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ຄວາ​ມຝັນ​ທີ່​ສອງ​ປະ​ເທດ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ນັ້ນ​ບັນ​ລຸ​ຜົນ​​ເປັນ​ຈິງ.ພ້ອມ​ກັນ​ນັ້ນ,ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ,ຖ້າວ່າ​ກຸ່ມ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ບໍ່​ຢຸດ​ເຊົາ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຕໍ່​ອິສ​ຣາ​ແອນ​ຢ່າງ​ຮອບ​ດ້ານ,​ສັນ​ຕິ​ພາບ​ລະ​ຫວ່າງ​ອິສ​ຣາ​ແອນ​ກັບ​ປາ​ເລັສ​ຕິນ​ແມ່​ນບໍ່​ຕ້ອງ​ເວົ້າ​ເຖິງ​ເລີຍ.

ກ່ຽວ​ກັບ​ບັນຫາ​ອີຣານ,ທ່ານ​ບຸ​ສກ່າວ​ວ່າ,ຖ້າວ່າ​ປະຊາ​ຄົມ​ໂລກບໍ່​ໃຊ້​ການ​ກະ​ທຳ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ດ້ານ​ປ້ອງ​ກັນ​ບໍ່​ໃຫ້​ອີຣານ​ໄດ້​ຮັບ​ອາວຸດ​ນີວ​ເຄຼຍ,​ອີ​ຣານ​ຈະ​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ໂລກ.ທ່ານ​ໂອນ​ເມີດ​ກ່າວ​ວ່າ,​ຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາ​ໃນ​ບັນ​ຫາ​ອີ​ຣານ​ໄດ້​ໃຫ້​ກຳ​ລັງ​ໃຈ​ຕໍ່​ອິສ​ຣາ​ແອນ.

1 2