ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-14 14:15:12    
ຫຼາຍ​ພັກ​ຝ່າຍ​ຄ້ານ​ສຳ​ຄັນ​ຂອງ​ອີ​ຣັກ​ເຊັນ​ຖະ​ແຫຼງ​ການ​ຮ່ວມ​ກັນ​ກ່ຽວ​ກັບ​ຄວາມ​ປອງ​ດອງ​ຊາດ

cri
ຕາມCRI:ວັນ​ທີ 13 ມັງກອນ​ນີ້,ຫຼາຍພັກ​ຝ່າຍ​ຄ້ານ​ສຳຄັນ​ຂອງ​ອີຣັກ​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມ​ກັນ​ສະບັບ​ຫນຶ່ງ,ກ່າວ​ຢ້ຳວ່າ​​ໄດ້ບັນລຸ​ຄວາມ​ປອງ​ດອງ​ຊາດ, ພ້ອມ​ກັນ​ນັ້ນ​,ຍັງຮຽກຮ້ອງ​ໃຫ້ສິ້ນ​ສຸດ​ການ​ຍຶດຄອງ​ຂອງ​ທະຫານ​ຕ່າງປະ​ເທດ​ໂດຍ​​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຂ່າວ​ແຈ້ງວ່າ,ພັກ​ຝ່າຍຄ້ານ​ເຫຼົ່າ​ນີ້​ຕົ້ນຕໍ​​ແມ່ນຂະ​ບວນການ​ອານ​ຊັດທີ່​ນຳ​ພາ​ໂດຍ​ທ່ານ​ຊັດ ບຸກຄົນ​ສາສະຫນາ​ນິກາຍ​ຊີ​ອະ​ທີ່​ຕ້ານ​ອາ​ເມ​ລິ​ກາ ​​ແນວ​ໂຮມ​ປຶກສາ​ຫາລື​ແຫ່ງ​ຂາດ​ທີ່​ເປັນ​ພັກ​ການ​ເມືອງນິກາຍ​ຊູ​ນີ່ພ້ອມ​ດ້ວຍ​ບັນຊີ​ລາຍ​ຊື່ແຫ່ງ​ຊາດ​ອີຣັກທີ່​ເປັນ​ພັກ​ການ​ເມືອງທີ່​ບໍ່​ແມ່ນ​ສາສະຫນາ.ຖະ​ແຫຼງການ​ຮ່ວມໄດ້​ຮຽກຮ້ອງ​​ໃຫ້​ຝ່າຍ​ຕ່າງໆ​ມາ​ສຳ​ເລັດ​ການ​ສ້າງກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພອີຣັກ,ສິ້ນ​ສຸດ​​ການ​ປະຈຳການ​ຂອງ​ກອງ​ທະຫານ​ຕ່າງປະ​ເທດທີ່​ຍຶດຄອງ​ຢູ່​ອີຣັກ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.ຖະ​ແຫຼ​ງການ​ຍັງ​ກ່າວ​ຢ້ຳວ່າ​ສະຫນັບສະຫນູນ​ຊັບພະຍາກອນ​ນ້ຳມັນ​ເຊື້ອ​ໄຟ​ທີ່​ໃຫ້ລັດຖະບານ​ຄຸ້ມ​ຄອງ​ອີຣັກເປັນ​ເອກະ​ພາບກັນ.

ຫຼັງ​ຈາກ​ນັ້ນ,ພັກ​ການ​ເມືອງ​ເຫຼົ່າ​ນີ້​ຍັງ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,ຈຸດປະສົງ​ທີ່​ເຊັນ ຖະ​ແຫຼ​ງການ​ຮ່ວມ​ກັນ​ແມ່ນ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງຊາດ​ແລະ​ຄວາມ​​ເປັນ​ເອກະລາດ​ຂອງ​ອີຣັກ,ຊຸກຍູ້​ຄວາມ​ປອດ​ດອງ​ຊາດ​ຂອງອີຣັກ