ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-22 16:58:38    
ສະຖານະ​ການ​ອີ​ຣັກ​ຍັງ​ປະ​ເຊີນ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ

cri Author: mo
ຕາມ​ຂ່າວ​CRI:ວັນ​ທີ 21 ມັງກອນ​ນີ້, ທ່ານ​ສ໌ຕາ​ຟານ ​ເດີ ມິ​ສ​ທູ​ລາ ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ບັນຫາ​ອີຣັກ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ເປີດ​ເຜີຍ​ກ່ຽວ​ກັບ​ບັນຫາ​ອີຣັກທີ່​ຈັດ​ຂຶ້ນ​ຢູ່​ສະພາ​ຄວາມ​ໝັ້ນຄົງ​ວ່າ, ​ເຖີງວ່າຫວ່າງ​ມໍ່ໆ​ນີ້, ​ເຫດການ​ຮຸນ​ແຮງ​ຢູ່​ອີຣັກ​ໄດ້ຫຼຸດໜ້ອຍ​ລົງ​ກໍ່ຕາມ, ​ແຕ່​ອີຣັກຍັງ​ປະ​ເຊີນກັບ​ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ​ແລະການ​ເມືອງ.

ທ່ານ​ເດີ ມີ​ສ໌ທູ​ລາ​ກ່າວ​ວ່າ, ຖ້າ​ຝ່າຍ​ຕ່າງໆຢູ່​ພາຍ​ໃນ​ປະ​ເທດ​ອີຣັກບໍ່​ສາມາດ​ກ້າວ​ເຖິງ​ຂັ້ນມີ​ຄວາມ​ເຫັນທີ່​ເປັນ​ເອກະສັນກັນ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ​ໄດ້, ບັນຫາ​ຄວາມ​ໝັ້ນຄົງ​ກໍ່​ຍັງຂາດ​ແຜນການ​ແກ້​ໄຂ​ຍາວ​ນານ. ປະຊາ​ຄົມ​ໂລກ​ຍັງ​ຄວນ​ສືບ​ຕໍ່​ໃຫ້​ຄວາມ​ຊ່ອຍ​ເຫຼືອ​​ແກ່​ລັດຖະບານ​ອີຣັກ.

ຂ່າວ​ແຈ້ງຕື່ມວ່າ, ວັນ​ທີ 21 ມັງກອນ​ນີ້, ​ໄດ້​ເກີດ​ການຫຼອນ​ໂຈມ​ຕີ​ແບບລະ​ເບີດ​ສະຫຼະຊີບ​ຢູ່ໃນ​ພິທິປົງ​ສົບ​ໃນ​ແຂວງ​ຊາ​ລາຫູ​ດິນ ພາກ​ເໜືອ​ອີຣັກ, ຢ່າງ​ໜ້ອຍ​ເຮັດ​ໃຫ້​ 15 ຄົນ​ເສຍຊີວິດ, 8 ຄົນ​ບາດ​ເຈັບ. ມື້​ດຽວກັນ, ກອງ​ລາດຕະ​ເວນ​ຂອງ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກກໍ່ຖືກຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດຍົນ​ແບບ​ສະຫຼະຊີບ​ຢູ່​ແຂວງ​ລີ​ວາ ອານ ​​ໄນ​ເນ​ວາ ພາກ​ເໜືອ​ອີຣັກ, ​ເຮັດ​ໃຫ້​ທະຫານ 2 ຄົນ​ເສຍ​ຊີວິດ, ທະຫານ 5 ຄົນ​ແລະ​ປະຊາຊົນ 4 ຄົນ​ບາດ​ເຈັບ.