ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-22 18:14:00    
ປະ​ເທດ​ອາ​ຣັບ​ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປິດ​ລ້ອມ​ເຂດ​ກາ​ຊາ​ຂອງ​ອິສ​ຣາ​ແອນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ21​ມັງກອນ​ນີ້,ຕຸຍ​ນີຊີ ລີ​ບີ ຄູ​ເວດ ຊັອກ​ດາ​ນີ ເຢ​ແມນ​ແລະ​ປະ​ເທດ​ອາຣັບອື່ນໆ​ໄດ້​ພາກັນ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະຖານະ​ການ​ຂອງ​ປາເລັສ​ຕິນ,​ແລະ​ຮຽກຮ້ອງ​ໃຫ້ຢຸດຕິ​ການ​ປິດ​ລ້ອມ​ເຂດ​ກາຊາ​ຂອງ​ອິສຣາ​ແອນ.

ກະຊວງ​ການ​ຕ່າງປະ​ເທດຕຸຍນີຊີ​ໄດ້​ອອກ​ຖະ​ແຫຼ​ງການ,ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ໃຊ້​ການ​ແຊກ​ແຊງ​ຢ່າງ​ບັງ​ເກີດ​ຜົນ​ໃນ​ທັນທີ,​ເຮັດ​ໃຫ້​ຄວາມ​ລຳບາກທີ່​ປະຊາຊົນ​ປາ​ເລັສຕິນ​ໄດ້​ຮັບ​ນັ້ນ​ສິ້ນສຸດ​ລົງ,​ແລະ​ໃຫ້ການ​ປົກ​ປ້ອງອັນ​ຈຳ​ເປັນ​ແກ່​ເຂົາ​ເຈົ້າ.

ກະຊວງ​ການ​ຕ່າງປະ​ເທດ​ລີ​ບີ​ໄດ້​ແຈ້ງ​ໃຫ້​ສັນນິບາດ​ອາ​ຣັບ​ຊາບ​ໂດຍ​ດ່ວນ,ກ່າວ​ເນັ້ນ​ວ່າ​ຕ້ອງ​ປະຕິບັດ​ມະຕິ​ຂອງ​ສັນນິບາດ​ອາ​ຣັບ​ກ່ຽວ​ກັບ​ການ​ຢຸດຕິ​ການ​ປິດ​ລ້ອມ​ປະຊາຊົນ​ປາ​ເລັສ​ຕິນ​ໃນ​ທັນທີ,​ເປີດ​ທາງ​ຜ່ານ,​ເຮັດ​ໃຫ້​ອາ​ຫານ,​ຢຸກ​ຢາ​ແລະ​ວັດ​ຖຸ​ເຊື້ອ​ໄຟ​ສາມາດ​ເຂົ້າ​ສູ່​ກາຊາ​ໄດ້.

ທ່ານ​ນາ​ເດີ ອັນ ດາ​ຮາ​ບີ  ນາຍົກລັດຖະມົນຕີຊອກດານີກ່າວ​ວ່າ,ຊອກ​ດາ​ນີຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຂີດ​ເພື່ອ​ຊຸກ​ຍູ້​ໃຫ້​ອິສຣາ​ແອນ​ຍົກ​ເລີກ​ການ​ປິດ​ລ້ອມ​ເຂດ​ກາ​ຊາ.