ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-22 18:18:38    
ປະ​ຊາ​ຄົມ​ໂລກ​ຊຸກ​ຍູ້​ໃຫ້​ອິສ​ຣາ​ແອນ​ຍົກ​ເລີກ​ການ​ປິດ​ລ້ອມ​ເຂດ​ກາ​ຊາ

cri
ຕາມ​ຂ່າວCRI,ວັນ​ທີ21​ມັງກອນ​ນີ້,ປະຊາ​ຄົມ​ໂລກ​ໄດ້​ຊຸກ​ຍູ້​ໃຫ້​ອິສຣາ​ແອນ​ຍົກ​ເລີກ​ການ​ປິດ​ລ້ອມ​ເຂດ​ກາຊາ,​ເພື່ອ​ຫຼີກ​ລ້ຽງ​ບໍ່​ໃຫ້​ເກີດ​ຄວາມ​ອັນຕະລາຍ​ດ້ານມະນຸດ​ສະ​ທຳ.

ຕອນ​ບ່າຍ​ວັນ​ທີ21​ມັງກອນ​ນີ້,ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ໂທ​ລະ​ສັບ​ໄປ​ຫາ​ທ່ານ​ເອຮຸດ ​ໂອ​ເມີດ ນາຍົກລັດຖະມົນຕີ​ອິສ​ຣາ​ແອນ,​ສະ​ແດງ​ຄວາມ​ເປັນ​ຫ່ວງ​ນຳ​ສະ​ຖາ​ນະ​ການ​​ໃນເຂດ​ກາຊາ.

ມື້​ດຽວ​ກັນ,ສັນນິບາດ​ອາ​ລັບ​ໄດ້​ໄຂ​ກອງ​ປະຊຸມ​ດ່ວນ​ຂອງ​​ຜູ່​ຕາງໜ້າ​ຖາ​ວອນ​ປະ​ຈຳ​ສັນ​ນິ​ບາດ​ອາຣັບ,ຊຸກ​ຍູ້​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃຊ້​ມາດ​ຕະ​ການ​ສຸ​ກ​ເສີນ​ເພື່ອ​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ທີ່​ເປັນ​ຜູ່​ຍຶດ​ຄອງ.​ທ່ານ​ອາມຣ໌ ມູ​ຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ອາຣັບຕິຕຽນ​ອິສຣາ​ແອນ​ປິດ​ລ້ອມ​ແລະ​ຮຸກ​ຮານ​ເຂດ​ກາ​ຊາ​ນັ້ນ​ແມ່ນ​ອາດຊະຍາ​ກຳ​ໂດຍຊີ້​ອອກ​ວ່າການ​ກະທຳ​ນີ້​ບໍ່​ມີ​ຜົນ​ດີ​ຕໍ່​ຂະ​ບວນ​ການ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ.

ນາງເບ​ນິຕາ ​ເຟີ​ເລ​ໂລ ວອດ​ເນີ ກຳມະການ​ຄະນະ​ກຳ​ມະ​ການ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ​ອອກ​ຖະ​ແຫຼ​ງການ​ກ່າວ​ເນັ້ນ​ວ່າ​ການ​ຕັດ​ສິນ​ໃຈ​ຂອງ​ອິສ​ຣາ​ແອນ​ທີ່​ປິດ​ລ້ອມ​ເຂດ​ກາຊາ​ຈະ​ເຮັດ​ໃຫ້​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ເຂດ​ດັ່ງ​ກ່າວ​ໜັກ​ໜ່ວງ​ຂຶ້ນ​ຕື່ມ.