|
 |
(GMT+08:00)
2008-01-24 20:50:14
|
 |
ສະພາຄວາມໝັ້ນຄົງຍັງບໍ່ໄດ້ຮັບຮອງຖະແຫຼງການກ່ຽວກັບວິກິດການກາຊາ
cri
ຕາມຂ່າວCRI,ວັນທີ23ມັງກອນນີ້,ການປຶກສາຫາລືວິກິດການດ້ານມະນຸດສະທຳຢູ່ເຂດກາຊາ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ເຂົ້າສູ່ມື້ທີສອງ,ແຕ່ກໍ່ຍັງບໍ່ທັນໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະສັນກັນກ່ຽວກັບຮ່າງຖະແຫຼງການສະບັບໜຶ່ງທີ່ສະເໜີໂດຍປະເທດອາຣັບ.
ຮ່າງຖະແຫຼງການຂອງກອງປະຊຸມທີ່ແຈກຢາຍຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດນັ້ນຮຽກຮ້ອງໃຫ້ອິສຣາແອນຍົກເລີກການປິດລ້ອມເຂດກາຊາ,ຮັບປະກັນໃຫ້ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳເຂົ້າສູ່ເຂດກາຊາ,ແລະຢຸດຕິການເຄື່ອນໄຫວທີ່ຜິດກົດໝາຍຕໍ່ປະຊາຊົນກາຊານັ້ນໃນທັນທີ.ປັດຈຸບັນ,ໃນ15ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ,ມີແຕ່ອາເມລິກາບເທົ່ານັ້ນຍັງບໍ່ຮັບຮອງຮ່າງຖະແຫຼງການທີ່ໄດ້ດັດແກ້ແລ້ວນັ້ນ.
ຕອນຄ່ຳວັນທີ23ມັງກອນນີ້,ເຈົ້າໜ້າທີ່ກະຊວງປ້ອງກັນປະເທດອິສຣາແອນໄດ້ຈັດກອງປະຊຸມແລະຕັດສິນໃຈສືບຕໍ່ປິດລ້ອມເຂດກາຊາ.ທີ່ປະຊຸມຍັງຕົກລົງວ່າ,ໃນຕໍ່ໜ້າ,ວັດຖຸສິ່ງຂອງທີ່ໄດ້ຮັບອະນຸຍາດໃຫ້ເຂົ້າສູ່ເຂດກາຊາມີພຽງແຕ່ນ້ຳມັນກາຊວນສຳລັບໃຫ້ໂຮງງານຜະລິດໄຟຟ້າ,ນ້ຳມັນແອັດຊັງໃຊ້ສຳລັບລົດພະຍາບານຂອງໂຮງໝໍ,ອາຍແກັສໃຊ້ໃນເຮືອນປະຊາຊົນແລະເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳອື່ນໆ.
ຕອນຮຸ່ງເຊົ້າມື້ດຽວກັນ,ກຸ່ມປະກອບອາວຸດປາເລັສຕິນໄດ້ລະເບີດກຳແພງຂັ້ນຂອງລາຟາ ດ່ານຊາຍແດນກາຊາເປັນຫຼາຍສິບຮູ,ຊາວປາເລັສຕິນຫຼາຍພັນຄົນແລ່ນເຂົ້າໄປໃນເອຢິບເພື່ອຍາດຊື້ອາຫານ ວັດຖຸເຊື້ອໄຟແລະເຄື່ອງໃຊ້ປະຈຳວັນອື່ນໆ.
ວັນທີ23ມັງກອນນີ້,ຢູ່ທີ່ເຊີແນວ,ສະພາສິດທິມະນຸດສະຫະປະຊາຊາດໄດ້ໄຂກອງປະຊຸມວິສາມັນກ່ຽວກັບສະຖານະການປາເລັສຕິນ,ຢູ່ທີ່ປະຊຸມ,ຄະນະຜູ່ແທນຈີນໄດ້ສະແດງຄວາມເປັນຫ່ວງຫຼາຍຕໍ່ສະຖານະການເຄັ່ງຕຶງຍ້ອນການປະທະກັນດ້ວຍກຳລັງອາວຸດຮ້າຍແຮງຂຶ້ນໃນປັດຈຸບັນ,ແລະຮຽກຮ້ອງໃຫ້ປະຊາຄົມໂລກໃຊ້ມາດຕະການອັນບັງເກີດຜົນໃນທັນທີ,ປ້ອງກັນບໍ່ໃຫ້ການປະທະກັນຮ້າຍແຮງຂຶ້ນຕື່ມ.
|
|
|