ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-25 17:15:51    
ຜູ່​ເສຍ​ຊີ​ວິດ​ໃນ​ເຫດ​ການ​ຕຶກ​ເຮືອນ​ຢູ່​ຫຼັງ​ຫນຶ່ງ​ໃນ​ເມືອງ​ໂມ​ຊູນ​ແຫ່ງ​ອີກ​ຣັກ​ລະ​ເບີດ​ເພີ່ມ​ຂຶ້ນ​ຮອດ​36​ຄົນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 24 ມັງກອນ​ນີ້  ​ເຈົ້າ​ຫນ້າ​ທີ່​ຜູ່​ຫນຶ່ງ​ຂອງຫ້ອງການ​ຕຳຫຼວດ​ເມືອງ​ໂມ​ຊູນ​ ທາງ​ພາກ​ເຫ​ນືອຂອງ​ອີຣັກ​ໄດ້​ກ່າວ​ວ່າ, ​ໃນ​ເຫດການ​ຕຶກ​ເຮືອນ​ຢູ່​ຫຼັງ​ຫນຶ່ງ​ໃນເມືອງ​ໂມ​ຊູນ​ຂອງ​ອີຣັກລະ​ເບີດ​ໃນ​ວັນ​ທີ 23 ມັງກອນ​ນີ້​ຜູ່​ເສຍ​ຊີວິດໄດ້​ເພີ່ມຂຶ້ນ​ຮອດ 36 ຄົນ​ແລ້ວ,ນອກ​ນີ້​ຍັງ​ມີ 200 ກວ່າ​ຄົນ​ບາດ​ເຈັບ.


ວັນ​ທີ 23 ມັງກອນ​ນີ້,ຕຶກ​ຫຼັງ​ຫນຶ່ງ​ທີ່​ບໍ່​ມີ​ຄົນ​ຢູ່​​ໃນເມື​ອງ​ໂມ​ຊູນ​ໄດ້​ເກີດລະ​ເບີດຂຶ້ນ,ຈົນ​ເຮັດ​ໃຫ້​ເຮືອນ​​ປະຊາຊົນ​ທີ່ຢູ່​ອ້ອມ​​ແອ້ມ ເພພັງ.ຕຳຫຼວດ​ກ່າວ​ວ່າ,​ໃນ​ມື້​ນັ້ນ,ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຮັບ​ການ​ລາຍ​ງານ​ຈາກ​ສາຍ​ລັບວ່າຢູ່​ໃນຕຶກ​ຫຼັງ​ນີ້​ມີ​ລູກປືນຈຳນວນ​ຫຼວງ​ຫຼາຍ,​ໃນ​ເວລາ​ເຂົາ​ເຈົ້າ​ໄປຮອດສະຖານ​ທີ່​ດັ່ງກ່າວ​​ຈະກຽມ​ກວດ​ຄົ້ນນັ້ນ,ຕຶກ​​ດັ່ງກ່າວ​ໄດ້​ເກີດ​ການລະ​ເບີດ​ຢ່າງ​ຮຸນ​ແຮງ.


ນອກ​ນີ້,ວັນ​ທີ 24 ມັງກອນ​ນີ້  ​ໃນ​ເວລາຫົວຫນ້າ​ຫ້ອງການ​ຕຳຫຼວດ​ຂອງ​ແຂວງ​ນີ​ເນ​ເວ​ໄປ​ສຳ​ຫຼວດຢູ່​ສະຖານ​ທີ່​ລະ​ເບີດ​ນັ້ນ​ໄດ້​ຖືກລະ​ເບີດ​ແບບ​ສະຫຼະ​ຊີບ ຈົນ​ເສຍ​ຊີວິດ ຜູ່​ເສຍ​ຊີວິດ​ພ້ອມ​ກັນ​ນັ້ນຍັງ​ມີ​ຜູ່​ປ້ອງ​ກັນ​ຂອງ​ທ່ານຜູ່​ຫນຶ່ງ,ຕຳຫຼວດ 5 ຄົນ​ບາດ​ເຈັບ​ໃນ​ການລະ​ເບີດ​ດັ່ງກ່າວ