ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-28 10:40:27    
ຜູ່​ນຳ​ອິສຣາ​ແອນກັບ​ປາ​ເລັສ​ຕີນ​ເຈ​ລະ​ຈາ​ກັນ​ຢູ່​ເຢ​ລູ​ຊະ​ເລັມ

cri Author: d
ຕາມ​ຂ່າວCRI: ວັນ​ທີ27ມັງກອນ​ນີ້ ທ່ານ​ເອຮຸດ ​ໂອ​ເມິ​ດ ນາຍົກລັດຖະມົນຕີອິສຣາ​ແອນ​ກັບ​ທ່ານ​ມາ​ຮາ​ມຸດ ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້​ເຈລະຈາ​ກັນຢູ່​ເຢລູຊະ​ເລັມ,​ເພື່ອ​ຫາລືສະ​ພາບ​ການຂອງ​ເຂດຊາຍ​ແດນລະຫວ່າງ​​ເຂດກາຊາ​ກັບ​ເອຢິບ.

ມື້​ດຽວ​ກັນ,ລັດຖະບານ​ອິສຣາ​ແອນ​ປະກາດວ່າ​ຈະ​ຟື້ນ​ຟູການ​ສະໜອງ​ເຄື່ອງ​ຊ່ວຍ​ເຫຼືອ​ເພື່ອມະນຸດສະທຳ​ແລະ​ວັດຖຸ​ເຊື້ອ​ໄຟ​​ໃຫ້​ເຂດກາຊາ,​ແລະ​ພິຈາລະນາ​ຜ່ອນຄາຍ​ການ​ປິດ​ລ້ອມ​ແຖບ​ກາຊາ.​ແຕ່​ພ້ອມ​ກັນນັ້ນ ລັດຖະບານ​ອິສຣາ​ແອນ​ກ່າວ​ເຕືອນ​ວ່າ,ຖ້າ​ກຸ່ມປະກອບ​ອາວຸດ​ຂອງ​ປາ​ເລັສຕີນຢູ່​​ເຂດ​ກາຊາ​ສືບ​ຕໍ່ຫຼອ​ນ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດ,ອິສຣາ​ແອນ​ຈະ​ພິຈາະລາ​ຄືນ​ໃໝ່​ກ່ຽວ​ກັບ​ການ​ຈຳກັດ​ການ​ສະໜອງ​ວັດຖຸ​ເຊື້ອ​ໄຟ.

ວັນ​ທີ18ມັງກອນ​ນີ້ ອິສຣາ​ແອນ​ເລີ່​ມປິດ​ລ້ອມ​ເຂດ​ກາຊາ​ຢ່າງຮອບດ້ານ​,​ເພື່ອບັງຄັບ​ໃຫ້ກຸ່ມ​ປະກອບ​ອາວຸດ​ຂອງ​ປາ​ເລັສຕີນ​ຢຸດ​ຍິງ​ຈະ​ຫຼວດ​ໃສ່ພາກ​ໃຕ້​ອິສຣາ​ແອນ.ຍ້ອນ​ຂາດເຂີນ​ເຄື່ອງ​ໃຊ້​ປະຈຳ​ວັນ,ວັນ​ທີ23ມັງກອນ​ນີ້ ກຸ່ມປະກອບ​ອາວຸດ​ຂອງ​ປາ​ເລັສຕີນ​ຢູ່​​ເຂດ​ກາຊາ​ໄດ້​ລະ​ເບີດກຳ​ແພງ​ທີ່​ດ່ານ​ຣາຟາ​ລະຫວ່າງ​​ເຂດກາ​ຊາ​ກັບ​ເອຢິບ,ຊາວ​ປາ​ເລັສຕີນ​ຫຼາຍ​ໝື່ນ​ຄົນ​ໄດ້​ເຂົ້າ​ໄປ​ເອຢິບ​ເພື່ອ​ຍາດ​ຊື້​ອາຫານ​ ວັດຖຸ​ເຊື້ອ​ໄຟ​ ​ແລະ​ເຄື່ອງ​ໃຊ້​​ປະຈຳ​ວັນ​ອື່ນໆ,​ເຮັດ​ໃຫ້ເຂດ​ຊາຍ​ແດນລະຫວ່າງ​ເຂດກາ​ຊາ​ກັບ​​ເອຢິບ​ຕົກ​ຢູ່​ໃນ​ສະພາບ​ການສັບສົນ​ວຸ້ນວາຍ.