ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-31 19:07:15    
ເຈົ້າ​ຫນ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ພຽງ​ຢາງ​ເພື່ອ​ຫາ​ລື​ບັນ​ຫາ​ແຈ້ງ​ແຜນ​ການ​ນີວ​ເຄຼຍ​​ແຫຼມ​ເກົາ​ຫຼີ

cri
ຕາມ​ຂ່າ​ວສານ​ຊິນ​ຮວາ:ວັນ​ທີ 31 ມັງ​ກອງ​ນີ້  ທ່ານ​ຊຸງ ​ຄິມ ຫົວ​ຫນ້າ​ພະ​ແນ​ກສ.​ເກົາຫຼີ​ຂອງກະຊວງ​ການ​ຕ່າງປະ​ເທດອາ​ເມລິ​ກາ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ​ຫຼວງພຽງ​ຢາງ, ​ຫາລື​ກັບ​ເຈົ້າ​ຫນ້າ​ທີ່​ສ.ປ.ປ​ເກົາຫຼີ​ກ່ຽວ​ກັບ​ບັນຫາ​ແຈ້ງ ​ແຜນການ​ນິວ​ເຄຼຍ​ແຫຼມ​ເກົາຫຼີ.ນີ້​ແມ່ນ​​ເຈົ້າ​ຫນ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ຢ້ຽມຢາມ​ສ.​ປ.ປ​ເກົາຫຼີ​ເປັນ​ເທື່ອ​ທຳ​ອິດ​ແຕ່​ທ່ານຄິຣສ໊ທົບເຟີ ຮິ​ວ  ຫົວ​ຫນ້າ​ຄະນະ​ຜູ່​ແທນ​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ຂອງ​ອາ​ເມ​ລິ​ກາ​​ໄດ້​ຢ້ຽມຢາມ​ສ.ປ.ປ​ເກົາຫຼີໃນ​ຕົ້ນ​ເດືອນ​ທັນວາ​ປີ​ກາຍ​ນີ້​​ເປັນ​ມາ​ນີ້.

ຢູ່​ສະຫນາມ​ບິນ ທ່ານ​ຊຸງ​ ຄິມກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ເທື່ອ​ນີ້​ຈະດຳ​ເນີນ​ເປັນ​ເວລາ 3 ວັນ,ຈຸດປະສົງ​ຕົ້ນຕໍ​ແມ່ນ​ເພື່ອ​ຫາລື​ກັບ​ເຈົ້າ​ຫນ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດສ.ປ.ປ​ເກົາຫຼີ​ກ່ຽວ​ກັບ​ບັນຫາທີ່​ມີ​ສ່ວນກ່ຽວຂ້ອງ ກັບ​ການ​ແຈ້ງ​ແຜນການ.