ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-22 15:55:55    
ນາຍົກລັດຖະມົນຕີ​ຍິ່ປຸ່ນ​ພົບ​ປະ​ທ່ານ​ຖາງ​ເຈຍ​ສວນ

cri Author: d
ຕາມ​ຂ່າວCRI: ວັນ​ທີ21ກຸມພາ​ນີ້ ຢູ່​ທຳນຽບນາຍົກລັດຖະມົນຕີທີ່​ໂຕ​ກຽວ ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາຍົກລັດຖະມົນຕີຍິ່ປຸ່ນ​ໄດ້​ພົບ​ປະ​ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ທີ່​ໄປ​ຢ້ຽມຢາມ.

ທ່ານ​ຖາງ​ເຈຍ​ສວນ​ກ່າວ​ວ່າ,ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ກັບ​ຍິ່ປຸ່ນ​ເຊັນສົນທິ​ສັນຍາ​ສັນຕິພາບ​ໄມຕີ​ຈິດ​ຄົບຮອບ30ປີ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດຈີນ​ຈະ​ຢ້ຽມຢາມ​ຍິ່ປຸ່ນທາງ​ລັດຖະກິດ,ນີ້​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການຊຸ​ກຍູ້​ການ​ພົວພັນຈີນ​ຍີ່ປຸ່ນ​​​​​​​​ຂະ​ຫຍາຍ​ຕົວ​ຢ່າງ​ຍາວ​ນານ.ປີ​ນີ້​ກໍ່​ແມ່ນ​ປີ​ແລກປ່ຽນ​ໂດຍ​ໄມຕີ​ຈິດ​ລະຫວ່າງ​ຊາວ​ໜຸ່ມ​ເຍົາວະ​ຊົນຈີນ​ຍິ່ປຸ່ນ​ແລະ​ປີ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ນີ້​ຈະ​ເພີ່ມຄວາມ​ມີ​ຊີວິດຊີວາ​ໃໝ່​ໃຫ້​ແກ່​ການ​ໄປມາຫາສູ່​ກັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ​ກ່າວ​ວ່າ,ລັດຖະບານ​ແລະ​ປະຊາຊົນ​ຍິ່ປຸ່ນຍິນ​ດີ​ຕ້ອນຮັບ​ທ່ານ​ ​ຫູ​ຈິນທາວ ປະທານປະ​ເທດ​ຢ້ຽມຢາມ​ຍິ່ປຸ່ນຢ່າງ​ສຸດ​ອົກ​ສຸດ​ໃຈ,ທ່ານ​ຍິນ​ດີ​ກັບ​ຝ່າຍ​ຈີນ​ພ້ອມ​ກັນ​ພະຍາຍາມ​​ເພີ່​ມຄວາມ​ມີຊີວິດຊີວາ​ໃໝ່​ໃຫ້​ແກ່​ການ​ຂະຫຍາຍຕົວ​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍິ່ປຸ່ນ.

ສອງ​ຝ່າຍ​ຍັງ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ອາຫານ,ພ້ອມ​ກັນປົກ​ປັກ​ຮັກສາ​ສະພາບ​ການ​ທົ່ວ​ໄປ​​ແຫ່ງການປົວ​ແປງ​ແລະ​ຂະຫຍາຍ​ການ​ພົວພັນ​ຈີນ​ຍິ່ປຸ່ນ.