ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-25 15:46:15    
ຊູ​ດັງ​ກ່າວ​ເນັ້ນ​ວ່າ​ຈີນ​ໄດ້​ພະ​ຍາ​ຍາມ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ດາ​ຟູ

cri
ຕາມ​ຂ່າວCRI,ວັນ​ທີ24​ກຸມພາ​ນີ້,ຢູ່​ກາກ​ຕູ​ມ,ທ່ານ​​ແດັງ ອາລໍ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຊູດັງກ່າວ​ເນັ້ນ​ວ່າ,ຈີນ​ໄດ້ທຳ​ຄວາມ​ພະຍາຍາມ​ເພື່ອ​ຊ່ວຍ​ແກ້​ໄຂ​ບັນຫາ​ດາ​ຟູ​ ຕະຫຼອດມາ.

ມື້​ດຽວ​ກັນ,ພາຍຫຼັງ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລິວ​ກຸ້ຍ​ຈິ່ນ ຜູ່​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ດາ​ຟູ​ຂອງ​ລັດຖະບານ​ຈີນ​ແລ້ວ,ທ່ານ​ອາ​ລໍ​ກ່າວ​ວ່າ,​ຈີນ​ແມ່ນ​ເພື່ອນ​ມິ​ດ ຂອງ​ລັດ​ຖະ​ບານ​ຊູ​ດັງ​ແລະ​ປະຊາຊົນ​ຊູ​ດັງ,ຈີນ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ປະ​ທະ​ກັນ​ໃນ​ດາ​ຟູ,​ແຕ່​ຫາກ​ແມ່ນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ດາ​ຟູ.ທ່ານ​ກ່າວ​ວ່າ,​ຊູ​ດັງ​ຄັດ​ຄ້ານ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​​ໃຊ້​ຄວາມກົດ​ດັນ​ໃສ່​ຈີນ​ໃນ​ບັນຫາ​ດາ​ຟູ,​ຄັດ​ຄ້ານ​ການ​ເອົາ​ບັນ​ຫາ​ດາ​ຟູ​ໄປ​ພົວພັນ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ລິວ​ກຸ້ຍ​ຈິ່ນກ່າວ​ວ່າ ລັດຖະບານ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນຫາ​ດາ​ຟູ​ເຊັ່ນ​ຊູ​ດັງ ສະ​ຫະ​ປະ​ຊາ​ຊາດ​ແລະ​ສະ​ຫະ​ພາບ​ອາ​ຟິຼກ​ກາ​ເປັນ​ຕົ້ນ,​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ດາ​ຟູ​ຢ່າງ​ເຖິງ​ຖອງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ມື້​ດຽວ​ກັນ,ຢູ່​ກາກ​ຕູມ ນະຄອນຫຼວງ​ຊູ​ດັງ,​ເມື່ອ​ທ່ານ​ໂລ​ໂດ​ນ​ເຟ​ອາ​ດາ​ດາ ຜູ່​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ດາ​ຟູ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແລະ​ສະ​ຫະ​ພາບ​ອາ​ຟິຼ​ກາ​ພົບ​ປະ​ກັບ​ທ່ານ​ລິວ​ກຸ້ຍ​ຈິ່ນ​ແລ້ວ,​ທ່ານ​ກ່າວ​ວ່າ,​ນັບ​ແຕ່​ກອງ​ທະ​ຫານ​ຊ່າງ​ແສງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ໄປ​ເຖິງ​ດາ​ຟູ​ໃນ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້​ແລ້ວ​ກໍ່​ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ອັນ​ໜຶ່ງ​ຄື"​ເຂົາ​ເຈົ້າ​ໄດ້​ສ້າງ​ຄ້າຍ​ທະ​ຫານ​ສຳ​ເລັດ​ພາຍ​ໃນ​ເວລາ​ສັ້ນ​ທີ່​ສຸດ​ບົນ​ພື້ນ​ຖານ​ທີ່​ບໍ່​ມີ​ຫຍັງ​ໝົດ"​ນີ້​ແມ່ນ​ສັນ​ຍານ​ທີ່​ດີ​ອັນ​ໜຶ່ງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ດາ​ຟູ.