ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-26 14:48:23    
ເຈົ້າ​ໜ້າ​ທີ່​ສັນ​ນິ​ບາດ​ອາ​ຣັບ​ກ່າວ​ວ່າ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ໂປ່ງ​ໃສ​ແລະ​ເປີດ​ເຜີຍ​ຈິງ​ໃຈ​ໃນ​ບັນ​ຫາ​ດາ​ຟູ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ​25​ກຸມ​ພາ​ນີ້​,ທ່ານ​ຊາ​ເມຍ ​ໂຮ​ສນີ ​ເຈົ້າ​ໜ້າ​ທີ່ສັນນິບາດ​ອາຣັບທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ດາ​ຟູ​ຂອງຊູ​ດັງກ່າວ​ວ່າ,​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ຊູ​ດັງ​ມີ​ປະຫວັດ​ອັນ​ຍາວ​ນານ,ນະ​ໂຍບາຍ​ຕໍ່​ຊູ​ດັງ​ຂອງ​ຈີນ​ແມ່ນ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ອັນ​ສຳ​ຄັນ​ໃຫ້​ແກ່​ປະ​ຊາ​ຊົນ​ຊູ​ດັງ.​ສັນ​ນິ​ບາດ​ອາ​ຣັບ​ໃຫ້​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ຈີນ​ທີ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ໂປ່ງ​ໃສ​ແລະ​ເປີດ​ເຜີຍ​ຈິງ​ໃຈ​ໃນ​ການ​ຊຸກ​ຍູ້​ການ​ແກ້​ໄຂ​ບັນຫາ​ດາ​ຟູ.

ທ່ານ​ໂຮ​ສນີກ່າວ​ວ່າ,​ເພື່ອ​ຊ່ວຍ​ເຫຼືອ​ຊູ​ດັງ​ບັນລຸ​ສັນ​ຕິ​ພາບ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ,ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕົ້ນ​ຕໍ​ໃນ​ການ​ຊຸກ​ຍູ້​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ຕໍ່​ບັນ​ຫາ​ຈັດ​ວາງ​ກອງ​ທະ​ຫານ​ປະ​ສົມ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ເຂດ​ດາ​ຟູ.ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ທີ່​ກ່ຽວ​ຂ້ອງ,​ຊຸກ​ຍູ້​ໃຫ້​ລັດ​ຖະ​ບານ​ຊູ​ດັງ​ຮັບ​ເອົາ​ການ​ຈັດ​ວາງ​ກອງ​ທະຫານ​ປະສົມ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ.