ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-29 15:54:50    
ນາຍົກ​ລັດ​ຖະ​ມົນ​ຕີ​ໄທ​​ຄົນ​ໃໝ່​ໄປ​ຢ້ຽມ​ຢາມ​ລາວ

cri Author: MO
ຕາມ​ຂ່າວCRI: ຕອນ​ທ່ຽງ​ວັນ​ທີ 29 ກຸມພາ​ນີ້, ທ່ານ​ສະໝັກ ສຸນທໍ​ລະ​ເວດ​ນາຍົກ​ລັດຖະ​ມົນຕີ​ໄທ​ໄດ້​​ເດີນທາງ​ໄປ​ນະຄອນ​ຫຼວງວຽງຈັນ, ​​ເລີ່​ມຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 2 ວັນ.

ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ສະ​ໝັກຈະ​​ພົບ​ປະ​ຜູ້ນຳ​​ຂອງ​ລາວ​​ເຊັ່ນ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ ​ແລະ​ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ​ແລະ​ທ່ານ​ອື່ນ​ໆ, ສອງ​ຝ່າຍ​ຈະ​ເຈລະຈາກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ໃນ​ນັ້ນລວມທັງ​ການ​ສຳຫຼວດ​ແລະ​ຂີດ​ໝາຍຊາຍ​ແດນ ຮັກສາ​ຄວາມ​ປອດ​ໄພ​ຕາມ​ຊາຍ​ແດນ, ​​ເພີ່ມ​ທະວີ​ການ​ລົງທຶນ​ແລະ​ການ​ຄ້າ​ໃນ​ຂົງ​ເຂດ​ຕ່າງໆ​ເປັນຕົ້ນ, ​ແລະ​ຈະ​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ບັນຫາ​ພາກ​ພື້ນ.

ນີ້​ແມ່ນ​ທ່ານສະໝັກ​ອອກ​ໄປ​ຢ້ຽມຢາມຕ່າງປະ​ເທດ​ເປັນ​ຄັ້ງທຳ​ອິດ​ພາຍຫຼັງຂຶ້ນ​ຮັບ​ຕຳ​ແໜ່ງ​​ເປັນ​ນາຍົກລັດຖະມົນຕີ​ໄທ​ແຕ່​ຕົ້ນປີ​ນີ້​ເປັນຕົ້ນມາ. ​ໃນ​ໄລຍະຕໍ່ໜ້າ​ນີ້, ທ່ານສະໝັກຍັງ​ຈະ​ຢ້ຽມ​ຢຽມກຳປູ​ເຈຍ ມາ​ເລ​ເຊຍ ​ແລະ​ມຽນມາ​ອີກ.