ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-02 19:16:31    
ຄົນ​ຈີນຈະ​ຊູ​ທວນ​ໄຟ​ຜູ້​ທຳ​ອິດ​ຫຼັງ​ຈາກ​ພິ​ທີ​ຈູດ​ໄຟ​ສັກ​ສິດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 24 ມີ​ນາ​ນີ້​, ​ຈະ​ຈັດ​ພິທີ​ຕໍ່​ເຊື້ອໄຟ​ສັກສິດ​ຂອງ​ງານ​ກິລາ​ໂອ​ລິມປິກປັກ​ກິ່ງ​​ຢູ່ສະຖານ​ທີ່​​ເກົ່າ​ໂອ​ລິ​ມ​ເປຍ​ແຫ່ງ​ເກຼັກ. ​ເກັຼກຕົກລົງ​ວ່າ, ​ເມື່ອ​ໄດ້​ຈູດ​​ເຊື້ອ​ໄຟ​ໂອ​ລິ​ມ​ເປຍ​ແລ້ວ, ຈະ​ມອບ​ທວນ​ໄຟ​ໃຫ້​ຄົນ​ຈີນທີ່​ເປັນຜູ້​ສົ່ງຕ​ຕໍ່ທວນ​ໄຟ​ຜູ້​ທຳ​ອິດ.

ຕາມ​ຊາບ​ວ່າ, ໃນ​ວັນ​ທີ 24 ມີນາ​ນີ້, ຫຼັງຈາກ​ນາງ​ຈັດ​ພິທີ​ຈູດ​ທວນໄຟ​ແລ້ວ​ກໍ່​ຈະມອບ​ທວນ​ໄຟໃຫ້​ນັກ​ກິລາ​ຜູ້​ດີ​ເລີດ​ຂອງ​ເກຼັກ ​ແລ້ວຈາກ​ສະຖານ​ທີ່ຈູດທວນ​ໄຟ​​ແລ່ນໄປ​ຮອດ​ປະຕູ​ສະຖານ​ທີ່​ໂອ​ລິ​ມ​ເປ​ຍ​ເກົ່າ, ​ແລ້ວ​ຈະ​ມີ​ຄົນ​ຈີນ​ຜູ້​ໜຶ່ງ​ຮັບ​ເອົາ​ທວນ​ໄຟ​ຈາກ​ນັກ​ກິລາ​ເກຼັກຜູ້ນີ້, ​ແລ້ວ​ຊູ​ທວນ​ໄຟ​ສົ່ງ​​ແລ່ນ​ຈາກ​ສະໜາມ​ໂອ​ລິ​ມ​ເປຍໄປ​ຫາ​ອົງການ​ປົກຄອງ​ເມືອງ​ໂອ​ລິ​ມ​ເປ​ຍ.

ການໃຫ້ຜູ້​ຊູ​ທວນ​ໄຟ​ຂອງ​ປະ​ເທດ​ເຈົ້າພາບ​ແລ່ນ​ຕໍ່​ແຮງສົ່ງ​ຕໍ່​ທວນ​ໄຟ​ອັນທຳ​ອິດ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ນີ້​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດ​ງານ​ກິລາ​ໂອ​ລິ​ມປິກ​ທັນ​ສະ​ໄໝ.