ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 20:38:48    
ເຈົ້າ​ໜ້າ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ອາ​ຊີ​ຈະ​ຖື​ເບົາ​ບໍ່​ໄດ້

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ5​ມີນາ​ນີ້,​ໃນ​ເວລາ​ຢ້ຽມ​ຊົມ​ສິ່ງ​ກໍ່ສ້າງ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ຂອງ​ຟີ​ລິບ​ປິນ,ທ່ານ​ທາ​ເຄຊີ ຄາ​ຊາ​ອິ ​ເຈົ້າ​ໜ້າ​ທີ່​ຕິດ​ຕາມ​ກວດ​ກາ​ແລະ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດຕິ​ດ​ແປ​ດພາກ​ພື້ນ​ອາຊີ​ປາຊີ​ຟິກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ,ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ຂອງ​ອາຊີ​ຈະ​ຖື​ເບົາ​ບໍ່​ໄດ້.

ສື່​ມວນ​ຊົນ​ຟີ​ລິບ​ປິນ​ແຈ້ງ​ຂ່າວ​ວ່າ,ທ່ານ​ຄາ​ເຄຊີ ຄາ​ຊາ​ອິ ກ່າວ​ວ່າ,​ເຖິງ​ວ່າ​ປັດຈຸບັນ,​ປະ​ເທດ​ອາຊີ​ມີ​ການ​ກະກຽມ​ຫຼາຍ​ກວ່າ​​ແຕ່​​ກ່ອນ​ໃນ​ເວລາ​​ເກີດ​ມີ​ພະຍາດ​ໄຂ້ຫວັດ​ສັດ​ປີກ,​ແຕ່​ຈຳນວນ​ຄົນ​ຕິດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ແລະ​ຈຳນວນ​ຄົນ​ຕາຍ​ຍັງ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ພາຍ​ຫຼັງ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ແປ​ຮູບ​ແລ້ວ​ຍັງ​ອາດ​ຈະ​ແຜ່​ລະ​ລາດ​ລະ​ຫວ່າງ​ຄົນ​ກັບ​ຄົນ.ຫຼາຍປະ​ເທດ​ອາຊີ​ລ້ວນ​ແຕ່​ໄດ້​ປະກົດ​ມີ​ຄົນ​ຕິດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ,​ສະ​ນັ້ນ​,ການ​ປ້​ອງກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ຈະ​ຖື​​ເບົາ​ບໍ່​ໄດ້.

ທ່ານ​ຄາ​ເຄຊີ ຄາ​ຊາ​ອິ ຍັງ​ຍ້ອງຍໍ​ຈີນ​​ທີ່​​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ປ້​ອງກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ.ທ່ານ​ກ່າວ​ວ່າ,ບໍ່​ວ່າ​ບົດ​ລາຍ​ງານ​ຜູ່​ຕິດ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ກໍ​ຄື​ຜົນ​ການ​ກວດກາ​ໃນ​ຫ້ອງ​ທົດ​ລອງ,ຈີນ​ລ້ວນ​ແຕ່​​ໄດ້ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ປ້ອງກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ຢ່າງທັນ​ການ.