ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 10:28:54    
ທ່ານ​ອາ​ບັສ​ເຫັນ​ດີ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ

cri
ຕາມ​ຂ່າວ cri:ວັນ​ທີ 5 ມີນາ​ນີ້ ນາງ​ຄອນ​ໂດ​ລີ​ຊາ​ໄລ​ສ໊ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາທີ່​ພວມ​ຢ້ຽມຢາມ​ອິສລາ​ແອນ​ກ່າວ​ວ່າ, ທ່ານ​ມາ​ມຸດ ອາບັສ ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ເຫັນ​ດີ​ເຈລະຈາ​ສັນຕິພາບ​ກັບ​ອິສລາ​ແອນ​ຄືນ​ໃຫມ່.​ແຕ່ມື້​ດຽວ​ກັນ,​ທ່ານ​ເອຮຸດ ​ໂອ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ລາ​ແອນ​ກ່າວ​ວ່າ,ຖ້າວ່າ​ກອງ​ປະກອບ​ອາວຸດ​ປາ​ເລັສຕິນບໍ່​ເຊົາຍິງ​ຈະ​ຫລວດ​ໃສ່​ອິສລາ​ແອນ, ທະຫານ​ອິສລາ​ແອນ​ກໍ່​ຈະ​ສືບ​ຕໍ່​ໂຈມ​ຕີ​ເຂດ​ກາຊາທາງ​ການ​ທະຫານ​ຕໍ່​ໄປ.

​ໃນ​ກອງ​ປະຊຸມ​ຂ່າວ​ຮ່ວມ​ທີ່​​ຈັດ​ຂຶ້ນ​ກັບ​ນາງ​ຊີ​ພີ ລິ​ຟນີ ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິສລາ​ແອນ​ຢູ່​ເຢລູຊາ​ເລັມ​ໃນ​ມື້​ດຽວ​ກັນ,ນາງ​ໄລ​ສ໊ກ່າວ​ວ່າ, ຜູ່​ນຳ​ອິສລາ​ແອນ​ແລະ​ປາ​ເລັສ​ຕິນ​ລ້ວນ​ແຕ່​ເຫັນ​ດີ​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ, ປັດຈຸບັນ, ສອງ​ຝ່າຍ​ພວມຕິດ​ຕໍ່​ກັນ​ກ່ຽວ​ກັບ​ຈະ​​ເຈລະຈາ​ກັນ​ແນວ​ໃດ.ນາງ​ໄລ​ສ໊ຍັງ​ກ່າວ​ວ່າ, ທ່ານ​ອາບັສຫວັງ​ໃຫ້​ກຸ່ມປະກອບ​ອາວຸດ​ປາ​ເລັສຕິນຂອງ​ເຂດ​ກາ​ຊາ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ກັບ​ທະຫານ​ອິສລາ​ແອນ​ໂດຍ​ໄວ.

ທ່ານ​ອາ​ບູ ຣູ​ເດ​ນາ ​ໂຄສົກ​ຂອງ​ທ່ານ​ອາບັສ​ໄດ້​ນຳ​ເອົາ​ຄຳ​ເວົ້າຂອງ​ທ່ານ​ອາບັສມາ​ແຈ້ງວ່າ, ການ​ເຈລະຈາ​ສັນຕິພາບ​ແມ່ນ​ການ​ເລືອກ​​ທາງ​ຍຸດ​ທະ​ສາດ​ຂອງ​ເຈົ້າຫນ້າ​ທີ່​ປາ​ເລັສຕິນ, ​ປາ​ເລັສຕິນມີ​ເຈດ​ຕະນາ​ທີ່​ຈະ​ເຈລະຈາ​ສັນຕິພາບ​ກັບ​ອິສລາ​ແອນ​ຄືນ​ໃຫມ່.

ນອກ​ນີ້ ຂ່າວ​ແຈ້ງ​ອີກ​ວ່າ, ວັນ​ທີ 5 ມີນາ​ນີ້ ຫນ່ວຍ​ງານ​ຄວາມ​ຫມັ້ນຄົງ​ຂອງ​ອິສລາ​ແອນ​ຕົກລົງ​ວ່າ, ກອງທັບ​ປ້ອງ​ກັນ​ປະ​ເທດ​ອິສລາ​ແອນ​ຄວນ​ສືບ​ຕໍ່​ໂຈມ​ຕີ​ຜູ່​ປະກອບ​ອາວຸດ​ປາ​ເລັສຕິນຢູ່​ເຂດ​ກາຊາ, ຈົນກວ່າ​ຈະ​ສາມາດ​ສະກັດກັ້ນບໍ່​ໃຫ້​ຖືກ​ໂຈມ​ຕີ​ດ້ວຍ​ຈະ​ຫລວດ.