ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 16:18:28    
ຈີນ​ຫວັງ​ໃຫ້​ປະ​ຊາ​ຄົມ​ໂລກ​ພ້ອມ​ກັນ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ດາ​ຟູ

cri

ຕາມ​ຂ່າວສານ​ຊີ​ນຮວາ:​ວັນ​ທີ5ມີນາ​ນີ້​ທ່ານລິວກຸ້ຍ​ຈິ່ນຜູ້​ຕາງ​ຫນ້າ​ພິ​ເສດ​ຂອງ​ລັດຖະບານ​ຈີນ​ກ່ຽວກັບບັນ​ຫາ​ດາ​ຟູ​​ໄດ້ກ່າວ​ໃນ​ງານ​ຖະ​​ແຫລ​ງຂ່າ​ວທີ່​ຈັດ​ຂຶ້ນ​ຢູ່​ປາລີວ່າຈີນ​ຫວັງວ່າ​ໃຫ້ປະຊາ​​ຄົມ​​ໂລກຮ່ວມມື​ກັນ​ຢ່າງ​ຈິງ​ໃຈ,ພ້ອມກັນ​ພະຍາ​ຍາມ,​ ສະ​ແຫວ​ງຫາ​ວິທີ​​ແກ້​ໄຂ​ບັນຫາ​ດາ​ຟູ​ຊູ​ດັ​ງ​ຢ່າງເຫມາະ​ສົມ, ທ່ຽງທຳ​,ແລະຖາວອນ​ໂດຍ​ທາງ​ການ​ເມື​ອງ.

ທ່ານ​ລິວກຸ້ຍ​ຈິ່ນກ່າວ​ວ່າ,​ຈີນ​ຫວັງພ້ອມ​ກັນກັບປະ​ເທດ​ຝ່າຍຕາ​ເວັນ​ຕົກທຳ​ຄວາມ​ພະຍາຍາມ,​ທ່ານຮຽກຮ້ອງ​ໃຫ້ປະ​ເທດ​ຝ່າຍຕາ​ເວັນ​ຕົກ​ຊຸກຍູ້​ພັກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃຫ້​ກັບ​ຄືນ​​ໂຕະ​ເຈລະຈາ​ໂດຍໄວ​,​​ເບິ່ງ​ບັນຫາ​ດາ​ຟູ​ຢ່າງ​ພາວະ​ວິ​ໄສ,ດຸນ​ດ່ຽງກັນ, ສ້າງ​ຄວາມເຊື່ອ​ຖືກັນຂັ້ນ​ພື້ນຖານ,ປັບ​ປຸງ​ສະ​ພາບ​ມະນຸ​ດສະ​ທຳ​ໃນ​ເຂດ​ດາ​ຟູ,ຊຸກ​ຍູ້​ຂະ​ບວນວິວັດ​ການ​ເມື​ອງແກ້​​ໄຂ​ບັນ​ຫາຊູ​ດັງ.

ທ່ານ​ລິວກຸ້ຍ​ຈິ່ນກ່າວ​ວ່າ,​ໃນ​ບັນ​ຫາ​ດາ​ຟູ,ຕໍ່​ຂໍ້​ລິ​ເລີ່ມ​ທີ່​ມີ​ຜົນ​ດີຕໍ່​ການແກ້​​ໄຂ​ບັນ​ຫາ,ປັບປຸງ​ສະຖານະ​ການ,ຊຸກຍູ້​ການ​ສະຖຽນລະ​ພາບ​ແລະ​ສັນຕິພາບຂອງ​ພາກ​ພື້ນນັ້ນ,ວ່າ​ແຕ່​ປະ​​ເທດ​ທີ່​ກ່ຽວຂ້ອງ​ເຫັນ​ດີ,ຝ່າຍ​ຈີນ​ຈະ​ຖື​ທ່າ​ທີໄຂ​ປະຕູ​​​ແລະ​ສະຫນັບສະຫນຸນ