ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-09 18:47:10    
ທ່ານ​ໂລ​ເກີ​ກ່າວ​ວ່າ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ການ​ປັບ​ປຸງ​ອາ​ກາດ​ໃຫ້​ດີ​ຂຶ້ນ

cri
ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ8​ມີນາ​ນີ້,​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກິລາ​ແມ່ຍິງ​ໂລກ​ຄັ້ງ​ທີ​4​ທີ່​ຈັດ​ຂຶ້ນ​ຢູ່​ແຄມ​ທະ​ເລ​ຕາຍ​ແຫ່ງ​ຊອກ​ດາ​ນີ,ທ່ານ​ຈາກ​ກີວ​ສ​ໂລ​ເກີ ປະ​ທານ​ຄະ​ນະ​ກຳມະການ​ໂອ​ລົມ​ປິກ​ສາກົນ​ກ່າວ​ວ່າ,ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ພະຍາຍາມ​ປັບປຸງ​ອາກາດ​ໃຫ້​ດີ​ຂຶ້ນ​ກ່ອນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​2008​ ​.

ທ່ານ​ໂລ​ເກີ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ,ຈີນ​ໄດ້​​ໃຊ້​ຫຼາຍ​ມາດ​ຕະການ​ເພື່ອ​ປັບປຸງ​ ອາກາດ​ໃຫ້​ດີ​ຂຶ້ນ​ແລະ​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ຖືກ​ມົນ​ລະ​ພິດ​ຄື​ໃຊ້​ອາຍ​ແກັສ​ທຳ​ມະ​ຊາດ​ເປັນ​ພະ​ລັງ​ງານ​ທີ່​ເຂົ້າ​ແທນ​ຖ່ານ​ຫີນ,​ປິດ​ໂຮງ​ງານ​ເຫຼັກ​ກ້າ​ທີ່​ສ້າງ​ມົນ​ລະ​ພິດ​ຫຼາຍ​ແລະ​ປູກ​ໄມ້​ຫຼາຍ​ລ້ານ​ຕົ້ນ​ຢູ່​ປັກ​ກິ່ງ​ພ້ອມ​ດ້ວຍ​ທະ​ເລ​ຊາຍ​ອ້ອມ​ແອມ​ປັກ​ກິ່ງ.​ທ່ານ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ອາ​ກາດ​ຂອງ​ປັກ​ກິ່ງ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຮອບ​ດ້ານ​ກ່ອນ​ ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ກ່ຽວ​ກັບ​ຄົນ​ຈຳ​ນວນ​ໜຶ່ງ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ເອົາ​ງານ​ກິລາ​ໂອ​ລິ​ມປິກ​ຕິດ​ພັນ​ກັບ​ບັນ​ຫາ​ສິດທິ​ມະ​ນຸດ,​ທ່ານ​ໂລ​ເກີ​ກ່າວ​ວ່າ,​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແມ່ນ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ກິ​ລາ,​ຫາກ​ບໍ່​ແມ່ນ​ອົງ​ການ​ທີ່​ແກ້​ໄຂ​ທຸກ​ບັນ​ຫາ​ໃນ​ໂລກ.​ສະ​ນັ້ນ,​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຄວນ​ເຮັດ​ວຽກ​ຢູ່​ໃນ​ຂອບ​ເຂດ​ບົດ​ບາດ​ຂອງ​ຕົນ.