ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-10 18:24:04    
ງານ​ວາງ​ສະ​ແດງ​ເຕັກ​ນິກ​ສື່​ສານ​ແລະ​ຂໍ້​ມູນ​ຂ່າວ​ສານ​ຮານ​ໂນ​ເວີ​ເຢຍ​ລະ​ມັນ 2008 ​ອັດ​ລົງ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 9 ມີນາ​ນີ້, ງານ​ວາງສະ​ແດງ​ເຕັກນິກ​ສື່ສານ​ແລະ​ຂໍ້​ມູນ​ຂ່າ​ວສານ​ຮານ​ໂນ​ເວີ​ເຢຍລະ​ມັນ ຊຶ່ງ​ເປັນ​ງານ​ວາງສະ​ແດງ​​ໄຮ້​ເຕັກ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກທີ່​ຈັດ​ຂຶ້ນ​ຢູ່​​ເມືອງ​ຮານ​ໂນ​ເວີ ພາກ​ເໜືອ​ຂອງ​ເຢຍລະ​ມັນນັ້ນ​ໄດ້​ອັດ​ລົງ​.

ທ່ານ​ເອີ​ນສ໌ທ ​ຣາວ ປະທານ​ຂອງ​ງານ​ວາງສະ​ແດງ​​ເວົ້າສູ່​ຟັງ​ວ່າ, ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ດຶງ​ດູດ​ຜູ້​ຊົມ​ໃນ​ແຫ່ງ​ຕ່າງໆ​ຂອງ​ໂລກ​ເກືອບ 5 ​ແສນ​ຄົນ. ທ່ານ​ກ່າວ​ວ່າ, ​ໃນ 5 ມື້​ທີ່​ຜ່ານ​ມາ, ນັກທຸລະກິດ​ທີ່​ເຂົ້າຮ່ວມ​ການວາງສະ​ແດງ 5.845 ​​ແຫ່ງ​ທີ່​ມາ​ຈາກ 77 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ໂລກ​ໄດ້​ວາງສະ​ແດງ​ເຕັກນິກ​ແລະ​ຜະລິດ​ຕະພັນ​​ແລະ​ລະບົບ​ແກ້​ໄຂ​ບັນຫາໃໝ່​ສຸດ​ໃນ​ຂະ​ແໜງ​ການIT ​ໃນປັດຈຸບັນ​, ​ໃນ​ນັ້ນ ລວມທັງ​ນັກທຸລະກິດ​ທີ່​ມາ​ຈາກ​ເຂດ​ໃນ​ຈີນ ຮົງ​ກົງ​ແລະ​​ໄຕ້​ຫວັນ 1.140 ກວ່າ​​ແຫ່ງ.