ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-10 18:29:30    
ນາຍົກອິສ​ຣາ​ແອນ​ສັ່ງ​ໃຫ້​ຫຼຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຢູ່​ແຖບ​ກາ​ຊາ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 10 ມີນາ​ນີ້, ​ເຈົ້າໜ້າ​ທີ່​ຂອງ​ຫ້ອງການ​ໂອ​​ເມີດ ນາຍົກ​ລັດຖະ​ມົນຕີ​ອິສຣາ​ແອນ​ເປີດ​ເຜີຍ​ວ່າ, ທ່ານ​​ເອຮູດ ​ໂອ​ເມີດ​ໄດ້​ຮຽກຮ້ອງ​ໃຫ້​ທະຫານ​ອິສຣາ​ແອນຫຼຸດ​ການ​ເຄື່ອນ​ໄຫວ​ຢູ່​​ແຖບ​ກາຊາ​ໃຫ້​ໜ້ອຍ​ລົງ.

ເຈົ້າໜ້າ​ທີ່​ທີ່​ບໍ່​ຢາກ​ເຜີຍ​ຊື່​ຜູ້​ນີ້ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ການ​ຫຼອນຍິງ​ດ້ວຍ​ຈະຫຼວດຂອງກອງ​ປະກອບ​ອາວຸດ​ປາ​ເລັສຕີນ​ທີ່​ມີ​ຕໍ່​ອິສ​ຣາ​ແອນ​ຢູ່​ແຖບ​ກາຊານັ້ນ​ໄດ້ຫຼຸດລົງ​ຢ່າງ​ເດັ່ນ​ຊັດ, ​​ເພື່ອ​​ເປັນ​ການ​ຕອບ​ຮັບ, ທ່ານ​ໂອ​ເມີດ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ທະຫານຫຼຸດການ​ເຄື່ອນ​ໄຫວ, ​ເຊົາ​ໂຈມ​ຕີ​ທາງ​ອາກາດ​ແລະ​ໜ້າດິນຕໍ່​ເຂດ​ນີ້, ສ້າງ​ເງື່ອນ​ໄຂ​ໃຫ້​​ເອຢິບ​ໄກ່​ເກ່ຍລະຫວ່າງ​ສອງ​ຝ່າຍ.

ໃນຫຼາຍມື້​ມາ​ນີ້, ທະຫານ​ອິສຣາ​ແອນ​​ເກືອບບໍ່​ໄດ້ຫຼອນ​ໂຈມ​ຕີ​ທາງ​ອາກາດ​ແລະ​ໜ້າດິນ​ຕໍ່​​​ແຖບ​ກາຊາ, ກອງ​ປະກອບ​ອາວຸດ​ຂອງ​ປາ​ເລັສຕີນ​ທີ່​ຢູ່​ແຖບ​ກາ​ຊາ​ກໍ່​ໄດ້ຫຼຸດການຫຼອນ​ໂຈມ​ຕີ​ດ້ວຍ​ຈະຫຼວດຕໍ່​ອິສຣາ​ແອນ​ໃຫ້​ໜ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ. ​ແຕ່​ວ່າ, ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ແລະ​ອົງການ​ຕໍ່ຕ້ານ​ອິສລາມ​ປາ​ເລັສຕີນຫຼືຮາ​ມັສລ້ວນ​ແຕ່​ກ່າວ​ວ່າ, ປັດຈຸບັນ, ອິສຣາ​ແອນ​ກັບ​ຮາ​ມັສບໍ່​ໄດ້​ຢຸດ​ຍິງ​ຢ່າງ​ເປັນ​ທາງ​ການ.