ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 10:33:35    
ອາ​ເມ​ລິ​ກາ​​ເຫັນ​ວ່າ, ງານ​ກິ​ລາ​ໂອ​ລິ​ມປິກ​ບໍ່​ຄວນ​ກາຍ​ເປັນ​ບັນ​ຫາ​ການ​ເມືອງ

cri Author: MO
ຕາມ​ຂ່າວ​ສານ​ຊີ​ນຮວາ: ສື່​ມວນ​ຊົນ​ອາ​ເມ​ລິ​ກາລາຍ​ງານ​ຂ່າວ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ, ໃນກອງ​ປະຊຸມກິລາໂລກ​ທີ່ຈັດຂຶ້ນຢູ່ລັດ​ການີເຟີເນຍ​ແຫ່ງອາ​ເມ​ລິ​ກາໃນວັນ​ທີ 12 ມີນາ​ນີ້, ທ່ານ​ພີ​ເຕີ ​ຢູ​ເບີ​ໂລ​ສ໌ ປະທານ​ຄະນະ​ກຳມະການໂອລິມ​ປິກອາເມ​ລິກາກ່າວວ່າ, ການ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນລະຫວ່າງ​ຄົນກັບ​ຄົນ​​ຈະ​ສາມາດ​ປັບປຸງ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫ້​ດີ​ຂຶ້ນ, ສ່ວນງານ​ກິລາ​ໂອ​ລິ​ມປິກກໍ່​ພວມ​ສະ​ແດງ​ເປັນ​ຕົວ​ສະ​ແດງ​ສຳຄັນ​ແນວ​ນີ້.

ພະນັກງານ​ຄຸ້ມ​ຄອງລະດັບສູງ​ຂອງ​ວົງ​ການການ​ຄ້າ​ກິລາ​ຂອງ​ໂລກ 500 ກວ່າ​ທ່ານ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້. ​ໂດຍ​ແນ​ໃສ່ຖ້ອຍ​ຄວາມ​ຂອງອົງການ​ສິດທິ​ມະນຸດ​ຈຳ​ນວນ​ໜຶ່ງທີ່​ຕິຕຽນ​ຈີນ, ທ່ານ​ພີ​ເຕີ ​ຢູ​ເບີ​ໂລ​ສ໌ກ່າວ​ວ່າ, ​ເມື່ອ​ເບິ່ງ​ໃນ​ດ້ານ​ຍາວ​​ໄກ​ແລ້ວ, ​ເຂົາ​ເຈົ້າຄວນ​ຮັກສາ​ການ​ຕິດຕໍ່ພົວພັນ​ກັບ​ຈີນ​ໃຫ້ຫຼາຍກວ່າ​ເກົ່າ​ທີ່​ຈະຫຼາຍ​ໄດ້. ທ່ານ​ຮຽກຮ້ອງ​ໃຫ້​ບຸກຄົນວົງ​ການ​ການ​ຄ້າ​ກິລາທີ່​ຮ່ວມ​ປະຊຸມ​​ເພີ່ມ​ທະວີ​ການຕິດ​ຕໍ່ພົວພັນ​ກັບ​ຈີນ​ທັງ​ຄົບ​​ເປັນ​ເພື່ອນ​ມິດ, ພ້ອມ​ກັນນັ້ນ, ທ່ານ​ກໍ່​ຄາດ​ວ່າ ​ເສດຖະກິດ​ຂອງ​ຈີນ​ຈະ​​ເຕີບ​ໂຕ​ຕໍ່​ໄປ.

ທ່ານ​ພີ​ເຕີ ​ຢູ​ເບີ​ໂລ​ສ໌ກ່າວ​ເນັ້ນວ່າ, ງານ​ກິລາ​ໂອ​ລິ​ມປິກ​ບໍ່​ຄວນ​ຫັນ​ເປັນ​ການ​ເມືອງ, ການ​ຂວ້ຳບາດ​ງານ​ກິລາ​​ໂອ​ລິ​ມປິກ, ຜູ້​ທີ່​ຖືກ​ລົງ​ໂທດ​ພຽງ​ໜຶ່ງ​ດຽວນັ້ນກໍ່ແມ່ນ​ນັກ​ກິລາ​ເອງ​. ທ່ານ​ເວົ້າວ່າ, ຈີນ​ຍ່ອມ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ດີ​ເດັ່ນ​ຄັ້ງ​ໜຶ່ງ, ຜ່ານ​ການ​ຮັບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ຈີນ​ຍ່ອມ​ຈະ​ເປີດ​ປະຕູຫຼາຍກວ່າ​ເກົ່າ​ອີກຢ່າງ​ແນ່ນອນ.